ຂົວມິດຕະພາບແຫ່ງທີ 5 ປາກຊັນ-ບຶງການ

ຂົວມິດຕະພາບແຫ່ງທີ 5 ປາກຊັນ-ບຶງການ ຄືບໜ້າ 23% ຄາດ 2024 ໄດ້ນໍາໃຊ້

ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ 5 (ປາກຊັນ-ບຶງການ) ໄດ້ໃຫ້ສໍາພາດເມື່ອທ້າຍເດືຶອນພະຈິກວ່າ: ການຈັດຕັ້ງປະຕິບັດໂຄງການເລີ່ມແຕ່ເດືອນມັງກອນ 2021 ມາຮອດປັດຈຸບັນ (ທ້າຍເດືອນ 11) ມີຄວາມຄືບໜ້າຄື: ສັນຍາ 1 ປະຕິບັດໄດ້ 18% ລື່ນແຜນ 5,5% ສ່ວນສັນຍາທີ 2 ປະຕິບັດໄດ້ 24% ລື່ນແຜນ 2,35%.ສະເລ່ຍຄວາມຄືບໜ້າທັງ 2 ສັນຍາ 23,62% ລື່ນແຜນ 3,42% ໃນນັ້ນ.

ສັນຍາທີ 1 ແມ່ນການສ້າງຂົວກາງນໍ້າ ເຊິ່ງແບ່ງກັນຝ່າຍລະເຄິ່ງ ປັດຈຸບັນກໍາລັງຂຸ້ນຂ້ຽວເທເສົາເບຕົງທັງໝົດ ແລະ ກະກຽມສ້າງໂຄງການອື່ນຕໍ່ໄປ.

ສັນຍາທີ 2 ແມ່ນທາງເຂົ້າຂົວເລີ່ມຈາກເສັ້ນທາງເລກທີ 13 ເຂົ້າຫາຂົວທັງໝົດ 2.860 ແມັດ ແລະ ຫຼັງຈາກນັ້ນແມນການກໍ່ສ້າງອາຄານຜູ້ໂດຍສານ ແລະ ອາຄານສິນຄ້າ.

ພາຍຫຼັງສໍາເລັດຄາດວ່າ ຂົວແຫ່ງທີ 5 ນີ້ຈະອໍານວຍຄວາມສະດວກຫຼາຍຢ່າງໃຫ້ກັບປະຊາຊົນ 2 ປະເທດ ໃນການໄປມາຫາສູ່ກັນ ລວມທັງການຈໍລະຈອນສິນຄ້າ, ສ້າງເງື່ອນໄຂເຊື່ອມໂຍງພາກພື້ນ, ເປັນແລວເສດຖະກິດທີ່ສໍາຄັນ, ເປັນໄລຍະທາງທີ່ໃກ້ທີ່ສຸດກັບທ່າເຮືອແຫຼມສະບັງຂອງໄທ ແລະ ທ່າເຮືອຫວຸ້ງອ່າງຢູ່ປະເທດຫວຽດນາມແບບທີ່ບໍ່ເຄີຍມີມາກ່ອນ.

ຂໍ້ມູນ ຮູບພາບ ເສດຖະກິດການຄ້າ

Comments