ຈີນ ສັກວັກຊິນປ້ອງກັນໂຄວິດ-19 ໃຫ້ຜູ້ເຖົ້າຜູ້ແກ່ແລ້ວ 215 ລ້ານຄົນ

ຈີນ ສັກວັກຊິນປ້ອງກັນໂຄວິດ-19 ໃຫ້ຜູ້ເຖົ້າຜູ້ແກ່ແລ້ວ 215 ລ້ານຄົນ

ຈີນ ສັກວັກຊິນປ້ອງກັນໂຄວິດ-19 ໃຫ້ຜູ້ເຖົ້າຜູ້ແກ່ແລ້ວ 215 ລ້ານຄົນ ຕາມແຫລ່ງຂ່າວ ຊິນຮວາຂອງ ຈີນ, ວັນທີ 1 ເດືອນທັນວາ, ເຈົ້າໜ້າທີ່ລະດັບສູງຈີນເປີດເຜີຍ ວ່າ: ຈີນ ໄດ້ສັກ ວັກຊິນ ປ້ອງກັນ ໂຄວິດ ໃຫ້ ປະຊາຊົນ ອາຍຸ 60 ປີ ຂຶ້ນໄປ ຢ່າງໜ້ອຍ 1 ໂດສ ປະມານ 215 ລ້ານຄົນ . ໃນນັ້ນ ສັກວັກຊິນ ຄົບ 2 ໂດສ ລວມມີ 206 ລ້ານຄົນ. ໃນຂະນະດຽວກັນ, ອັດຕາ ການສັກວັກຊິນ ປ້ອງກັນ ໂຄວິດ-19 ຂອງ ກຸ່ມປະຊາກອນ ທີ່ມີ ອາຍຸ 70-80 ປີ ຍັງມີຈຳນວນຕໍ່າຢູ່ ໃນບາງພື້ນທີ່ ແຕ່ເຈົ້າໜ້າທີ່ແພດໝໍ ຈະ ສືບຕໍ່ ການເຄື່ອນໄຫວ ການສັກວັກຊິນ ໃຫ້ກຸ່ມດັ່ງກ່າວຢ່າງຕໍ່ເນື່ອງ ເພື່ອຄວາມປອດໄພ ແລະກຽມພ້ອມຕໍ່ສູ້ກັບສາຍພັນໃໝ່ ທີ່ອາດແຜ່ລະບາດໃນປະເທດ. ຂໍ້ມູນ ຂປລ.

May be an image of 4 people and text

Comments