ການສຶກສາ ເຫັນວ່າການປ່ອຍອາຍພິດ CO2 ທົ່ວໂລກກັບຄືນມາໃກ້ລະດັບເກົ່າກ່ອນການແຜ່ລະບາດ
ການປ່ອຍອາຍພິດເຊື້ອໄຟຟອດຊິວແມ່ນຮອດ 36.4 ຕື້ໂຕນຂອງ CO2, ຫຼຸດຍອດສຸງສຸດພຽງອີກ 0.8% ຂອງລະດັບກ່ອນການແຜ່ລະບາດ.
ນັກຄົ້ນຄວ້າກ່າວວ່າຫຼັງຈາກການຫຼຸດລົງຢ່າງຫຼວງຫຼາຍໃນລະຫວ່າງການປິດລ້ອມໂລກລະບາດ, ການປ່ອຍອາຍພິດ CO2 ຢູ່ໃກ້ກັບລະດັບບັນທຶກອີກເທື່ອຫນຶ່ງ, ໂດຍສ່ວນການສ້າງອາຍພິດຂອງຈີນເພີ່ມຂຶ້ນເກືອບຫນຶ່ງສ່ວນສາມຂອງຈໍານວນການສ້າງອ້າຍພິດທັງຫມົດ.
ຜົນດີຈາກການຫຼຸດລົງຂອງການປ່ອຍອາຍພິດຄາບອນໃນປີທີ່ຜ່ານມາ ແມ່ນຈະຖືກທຳລາຍຍ້ອນວ່າກິດຈະກໍາທາງເສດຖະກິດກໍາລັງຂະຫລາຍຕົວແຮງໃນທົ່ວໂລກ, ອີງຕາມການສຶກສາທີ່ພິມເຜີຍແຜ່ໂດຍ Global Carbon Project ໃນວັນພະຫັດ.
ບົດລາຍງານກ່າວວ່າ ການຟື້ນຕົວດັ່ງກ່າວສ່ວນໃຫຍ່ແມ່ນເປັນຜົນມາຈາກ CO2 ທີ່ເປັນອັນຕະລາຍທີ່ປ່ອຍອອກມາຈາກໂຮງງານໄຟຟ້າຖ່ານຫີນ ແລະ ອາຍແກັສ.
ນັກຄົ້ນຄວ້າຄາດການວ່າການປ່ອຍອາຍພິດ CO2 ຈະເພີ່ມຂຶ້ນຫຼັງຈາກການພື້ນຕົວຂອງເສດຖະກິດ ຫລັງການແຜ່ລະບາດ, ແຕ່ບໍ່ຄິດວ່າການເພີ່ມຂື້ນແມ່ນຫລາຍ “ໃຫຍ່ກວ່າທີ່ຄາດໄວ້.”
