ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ປະທານມູນນິທິກອງທຶນ ແບ່ງປັນເຊິ່ງກັນ ແລະ ກັນ

ໃນວັນທີ 4 ມິຖຸນາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ພັນຄຳ ວິພາວັນ ນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ຫລຽງ ເຈິນ ຢິງ ຮອງປະທານສະພາທີ່ປຶກສາການເມືອງ ແຫ່ງ ສປ ຈີນ, ປະທານມູນນິທິ ກອງທຶນແບ່ງປັນເຊິ່ງກັນ ແລະ ກັນ (GX Foundation) ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດທີ່ມາມອບເຄື່ອງຊ່ວຍເຫລືອເພື່ອປ້ອງກັນ ແລະ ຄວບຄຸມ ການລະບາດຂອງພະຍາດໂຄວິດ -19 ແກ່ ສປປ ລາວ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และสถานที่ในร่ม

ໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສະແດງການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ທີ່ທາງມູນນິທິ GX Foundation ໄດ້ໃຫ້ການຊ່ວຍ ເຫລືອດ້ານອຸປະກອນການແພດແກ່ ສປປ ລາວ, ເຊິ່ງເປັນປະກອບສ່ວນອັນສຳຄັນ ເຂົ້າໃນການຊ່ວຍໃຫ້ ສປປ ລາວ ຫລຸດພົ້ນ ອອກຈາກການລະບາດຂອງພະຍາດໂຄວິດ-19 ນີ້ໄປໄດ້. ນອກຈາກນີ້, ຍັງເປັນການເສີມຂະຫຍາຍສາຍພົວພັນ ເຂົ້າໃນການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ແລະ ຊຸກຍູ້ໃຫ້ປະຊາຊົນສອງຊາດເຂົ້າອົກເຂົ້າໃຈຍິ່ງໆຂຶ້ນ.

ແຫຼ່ງທີ່ມາ:ຂປລ

Comments