ການນຳ ວາງພວງມະລາ ຕ້ອນຮັບກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງ ຊາດ ຊຸດທີ IX ໃນວັນທີ 20 ມີນາ 2021 ນີ້, ຄະນະຜູ້ແທນ ທີ່ຈະເຂົ້າຮ່ວມກອງປະຊຸມ ຄັ້ງປະ ຖົມມະລຶກຂອງສະພາແຫ່ງ ຊາດ ຊຸດທີ IX ໄດ້ເຂົ້າວາງພວງມະລາ ຢູ່ອະນຸ ສາວະລີນັກ ຮົບນິ ລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ.
ການວາງພວງມະລາ ແລະ ກະຕ່າດອກໄມ້ ໃນຄັ້ງນີ້, ໄດ້ແບ່ງອອກເປັນ 4 ຄະນະ ຄື: ຄະນະທີ 1 ນຳໂດຍ ທ່ານາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ຄະນະທີ 2 ນຳໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ຄະນະທີ 3 ນຳໂດຍທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຄະນະທີ 4 ນຳໂດຍ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທັງເປັນຫົວໜ້າກົມໃຫຍ່ ເສນາທິການກອງທັບ.
ການວາງພວງມະລາ ແລະ ກະຕ່າ ດອກໄມ້ ໃນຄັ້ງນີ້, ເປັນການສະແດງເຖິງຄວາມ ເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນ ຄຸນເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະຫລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາ ມາດຍາດໄດ້ ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາ ເປັນສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975