ກຳນົດໃໝ່..! ຈະເປີດນຳໃຊ້ທາງດ່ວນ ວຽງຈັນ-ວັງວຽງ……..

ບໍລິສັດທຶນພັດທະນາ ທາງດ່ວນລາວ-ຈີນໄດ້ລາຍງານຕໍ່ສຳນັກຂ່າວເມື່ອບໍດົນມານີ້ວ່າ: ທາງດ່ວນ ວຽງຈັນ-ວຽງວັງ ໄດ້ເລື່ອນການເປີດເສັ້ນທາງດ່ວນໄປເປີດໃນລະຫວ່າງວັນທີ 20-30 ທັນວາ 2020 ຊຶ່ງຕາມແຜນແລ້ວແມ່ນຈະເປີດບໍລິການໃນວັນທີ 2 ທັນວາ 2020 ທີ່ຜ່ານມາ

ເພື່ອເປັນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີແຕ່ເນື່ອງຈາກ ການກໍ່ສ້າງບໍ່ສຳເລັດຕາມແຜນ ໂດຍສະເພາະແມ່ນການກໍ່ສ້າງທາງຂຶ້ນລົງ, ຈຸດເກັບເງິນ, ການຕິດຕັ້ງໄຟເຍືອງທາງ, ອະນາໄມເສັ້ນທາງ ແລະ ອື່ນໆ.

ການກໍ່ສ້າງເສັ້ນທາງດັ່ງກ່າວ ມີມູນຄ່າການກໍ່ສ້າງ 1.3 ຕື້ໂດລາ, ມີຈຸດເລີ່ມຕົ້ນຢູ່ 3 ແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມີຄວາມຍາວປະມານ 109 ກມ, ກວ້າງທັງໝົດ 23 ມ ໂຄງການດັ່ງກ່າວແບ່ງອອກເປັນ 4 ໄລຍະ.

ຊຶ່ງທາງດ່ວນວຽງຈັນ-ວັງວຽງແມ່ນໄລຍະທີ 1, ໄລຍະ 2 ເືອງວັງວຽງ-ຫຼວງພະບາງ, ໄລຍະທີ 3 ຈາກຫຼວງພະບາງ-ອຸດົມໄຊ ແລະ ໄລຍະທີ 4 ຈາກອຸດົມໄຊ-ຊາຍແດນບໍ່ເຕັນແຂວງຫຼວງນ້ຳທາ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ

Comments