ພະຍາດ ໂຄວິດ-19 ຈະເຮັດໃຫ້ເສດຖະກິດຂອງລາວ ທີ່ບອບບາງຢູ່ແລ້ວຫນັກຫນ່ວງຂຶ້ນໄປອີກ….

ສປປ ລາວ ມີບັນຫາດ້ານການຄຸ້ມຄອງເສດຖະກິດມະຫາພາກທີ່ບໍ່ເຂັ້ມແຂງໃນໄລຍະຜ່ານມາ ເຊິ່ງເປັນຜົນເຮັດໃຫ້ມີການຂາດເຂີນດ້ານງົບປະມານການເງິນ ແລະ ຄັງແຮສໍາຮອງເງິນຕາຕ່າງປະເທດ ກ່ອນເກີດພະຍາດໂຄວິດລະບາດໃນທົ່ວໂລກ.

ລັດຖະບານ ຈະສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ 3

ລະດັບຄັງແຮສໍາຮອງເງິນຕາຕ່າງປະເທດແມ່ນມີໂຕເລກຕໍ່າຫຼາຍໃນຮອບຫຼາຍປີຜ່ານມາ. ສ່ວນຊ່ອງຫວ່າງລະຫວ່າງອັດຕາແລກປ່ຽນທາງການກັບອັດຕາແລກປ່ຽນໃນຕະຫຼາດນອກເຫັນວ່າ ເພີ່ມສູງຂຶ້ນຫຼາຍກວ່າຂອບເຂດທີ່ເຄີຍມີມາ.

Vientiane Mai Online - ເສດຖະກິດລາວ ຂະຫຍາຍຕົວຢູ່ໃນລະດັບ 6,5%  ຮັກສາໄດ້ສະຖຽນລະພາບVientiane Mai Online

ເຖິງວ່າລາຍຈ່າຍພາກລັດຈະຫຼຸດລົງກວ່າເກົ່າ ແຕ່ການເກັບລາຍຮັບທີ່ຕົກຕໍ່າ ເປັນຜົນເຮັດໃຫ້ບັນຫາການຂາດດຸນງົບປະມານເພີ່ມສູງຂຶ້ນຫຼາຍ. ການຂາດດຸນງົບປະມານຄາດວ່າຈະເພີ່ມຈາກ 7,5 ເຖິງ 8,8 ສ່ວນຮ້ອຍຂອງ GDP ແລະ ສ່ວນຫນີ້ສາທາລະນະຄາດວ່າຈະເພີ່ມຈາກ 65 ເຖິງ 68 ສ່ວນຮ້ອຍຂອງ GDP ໃນປີ 2020.

ເສດຖະກິດລາວ ຈະຕິດລົບເປັນເທື່ອທຳອິດ ໃນຮອບ 30 ປີ….. – Target Magazine

ເຮັດໃຫ້ປະເທດຕົກຢູ່ໃນສະພາບທີ່ມີຄວາມຫຍຸ້ງຍາກຫລາຍໃນການຊໍາລະຫນີ້. ຍ້ອນງົບປະມານການເງິນ ທີ່ມີຈໍາກັດ ລວມທັງຂໍ້ຫຍຸ້ງຍາກໃນການດຸນດ່ຽງການຂາດດຸນງົບປະມານ ແລະ ການຊໍາລະຫນີ້ ເຮັດໃຫ້ລັດຖະບານລາວ ມີຄວາມ ຫຍຸ້ງຍາກໃນການກະຕຸ້ນເສດຖະກິດໃຫ້ຝື້ນໂຕໄວ.

ແຫຼ່ງຂໍ້ມູນ: LAO YOUTH RADIO

Comments