9 ເດືອນ ແຂວງສາລະວັນ ສົ່ງອອກມັນຕົ້ົ້ນ ໄດ້ 6 ແສນກວ່າໂຕນ…

ມັນຕົ້ນເປັນພືດອຸດສາຫະກໍາທີ່ຕະຫຼາດມີຄວາມຕ້ອງການຫຼາຍ ແລະ ກໍເປັນທ່າແຮງໜຶ່ງທີ່ຈັດລາຍໄດ້ໃຫ້ຄອບຄົວ. ປັດຈຸບັນ, ຂະບວນການຜະລິດ, ການເກັບຊື້ ແລະ ສົ່ງອອກມັນຕົ້ນຢູແຂວງສາລະວັນ ຍັງເປັນຂະບວນການຟົດຟື້ນ, ປະຊາຊົນຫລາຍທ້ອງຖິ່ນທົ່ວແຂວງ ຫັນມາປູກມັນຕົ້ນຫລາຍກວ່າເກົ່າ ໂດຍສະເພາະເຂດທີ່ມີເງື່ອນໄຂເໝາະສົມເປັນຕົ້ນ ເມືອງເລົ່າງາມ, ສາລະວັນ, ວາປີ, ຄົງເຊໂດນ ແລະ ເຂດເມືອງພູດອຍຄື: ເມືອງຕະໂອ້ຍ ແລະ ເມືອງສະໝ້ວຍ ໄດ້ຫັນມາປູກມັນແລ້ວຈໍານວນໜຶ່ງ; ໄລຍະ 9 ເດືອນປີ 2020 ນີ້, ແຂວງສາລະວັນ ສາມາດຜະລິດ ແລະ ສົ່ງອອກມັນຕົ້ນໄດ້ 6 ແສນກວ່າໂຕນ.

ທ່ານ ຄໍາຜ່ານ ສີລາວີ ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ໃຫ້ຮູ້ໃນວັນທີ 4 ພະຈິກ 2020 ນີ້ວ່າ: ຍ້ອນນະໂຍບາຍຂອງລັດຖະບານ ໄດ້ເອື້ອອໍານວຍຄວາມສະດວກຫລາຍດ້ານ ໃນການປູກພືດອຸດສາຫະກໍາ ແລະ ການສົ່ງເສີມຂະບວນການປູກ-ການລ້ຽງ, ທັງໄດ້ຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ນັກລົງທຶນເຂົ້າມາດໍາເນີນກິດຈະການເກັບຊື້ ແລະ ສົ່ງອອກສິນຄ້າ ກະສິກໍາ ໂດຍສະເພາະ ມັນຕົ້ນຢູ່ແຂວງສາລະວັນ ໃນແຕ່ລະປີເພີ່ມຂຶ້ນຍ້ອນນະໂຍບາຍຂອງລັດຖະບານໄດ້ມີການອໍານວຍຄວາມສະດວກທາງດ້ານການຄ້າ,

ເຊິ່ງເຮັດໃຫ້ຂັ້ນຕອນ, ໄລຍະເວລາ ແລະ ຄ່າໃຊ້ຈ່າຍສິ້ນເປືອງຕ່າງໆຂອງພາກທຸລະກິດຫລຸດໜ້ອຍຖອຍລົງ, ຂັ້ນຕອນໃນການປະກອບເອກະສານນໍາເຂົ້າ ແລະ ສົ່ງອອກແມ່ນສັ້ນລົງ, ພື້ນຖານໂຄງລ່າງຈໍານວນໜຶ່ງໄດ້ຮັບການປັບປຸງດີຂຶ້ນ, ເຊິ່ງໃນ 9 ເດືອນຜ່ານມາສາມາດບັນລຸ 655.330 ໂຕນ ມູນຄ່າ 81,13 ລ້ານໂດລາສະຫະລັດ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 62% ໃນນີ້, ຕະຫລາດສົ່ງອອກຕົ້ນຕໍແມ່ນປະເທດໄທ ກວມເອົາ 91,46% ແລະ 8,6% ແມ່ນສົ່ງອອກໄປ ສສ ຫວຽດນາມ.

ໃນທົ່ວແຂວງມີຫົວໜ່ວຍທຸລະກິດລານເກັບຊື້ມັນຕົ້ນທັງໝົດ 67 ແຫ່ງ, ໃນນັ້ນມີທະບຽນວິສາຫະກິດຖືກຕ້ອງ 55 ແຫ່ງ ແລະ ອີກ 12 ແຫ່ງຍັງບໍ່ທັນມີທະບຽນວິສາຫະກິດ, ບ່ອນເກັບຊື້ມັນຕົ້ນກວມເອົາສ່ວນຫລາຍແມ່ນຢູ່ເມືອງເລົ່າງາມ 26 ແຫ່ງ, ວາປີ 15 ແຫ່ງ, ຄົງເຊໂດນ 10 ແຫ່ງ, ສາລະວັນ 9 ແຫ່ງ, ລະຄອນເພັງ 5 ແຫ່ງ, ຕະໂອ້ຍ ແລະ ເມືອງສະໝ້ວຍ 1 ແຫ່ງ.

Comments