ເຊື່ອມຕໍ່ກັນແລ້ວ…! ສອງຝັ່ງ ໃນໂຄງການທາງລົດໄຟລາວ-ຈີນ…

ໂຄງການລົດໄຟລາວ-ຈີນ ກ້າວເຂົ້າສູ່ຄວາມຄວາມສຳເລັດຄັ້ງສຳຄັນ…
ຕາມແຫຼ່ງຂ່າວ CGTN ໄດ້ລາຍງານໃນວັນທີ 21 ຕຸລາ 2020 ວ່າ: ໂຄງສ້າງຫຼັກຂອງຂົວ Super ໃນທາງລົດໄຟຈີນ - ລາວ ສຳເລັດແລ້ວ ເນື່ອງຈາກທັງສອງຝັ່ງຂົ້ວຂ້າມແມ່ນ້ຳ Amo ທີ່ມີຄວາມຍາວ 617 ແມັດ ໄດ້ເຊື່ອມຕໍ່ກັນແລ້ວ.
ນັບວ່າເປັນກ້າວທີ່ສຳຄັນໃນການກໍ່ສ້າງທາງລົດໄຟຂ້າມຊາຍແດນ. ລົດໄຟລາວ-ຈີນເປັນໂຄງການເຊື່ອມຕໍ່ທາງຍຸດທະສາດໃນໂຄງການລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ (Belt and Road Initiative) ທີ່ສະເໜີໂດຍ ສປ.ຈີນ. 
ຄາດວ່າຈະໃຫ້ສຳເລັດ ແລະ ເປີດໃຫ້ບໍລິການໄດ້ພາຍໃນທ້າຍປີ 2021, ເຊິ່ງໃນເວລານັ້ນການເດີນທາງຈາກເມືອງຄຸນໝິງ, ແຂວງຢຸນນານ, ຫາ ນະຄອນຫຼວງວຽງຈັນຂອງລາວ ຈະຖືກຕັດລົງເປັນເວລາພຽງໜຶ່ງຄືນ.
 
ລາຍລະອຽດຂໍ້ມູນເພີ່ມຕື່ມ: https://news.cgtn.com/

Comments