ລັດຖະມົນຕີ ອຄ ລົງຢ້ຽມຢາມຊຸກຍູ້ 3 ຫົວໜ່ວຍທຸລະກິດ…

ທ່ານ ນາງ ເຂັມມະນີ ພົນ ເສນາ ລັດຖະມົນຕີກະຊວງ     ອຸດສາຫະກຳ ແລະ ການຄ້າ  ( ອຄ ) ພ້ອມການນໍາກະຊວງ ແລະ ຂະແໜງການກ່ຽວຂ້ອງໄດ້ລົງຕິດຕາມ ແລະ ຊຸກຍູ້ການຜະລິດສະບຽງອາຫານ ແລະ ອຸດສາຫະກຳໃນນະຄອນຫຼວງວຽງຈັນ ໃນວັນທີ 21 ຕຸລາ 2020 ໂດຍໄດ້ລົງໄປຟາມປູກຜັກສະອາດຂອງ ບໍລິສັດ ເມືອງລາວຟູດ, ລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ ( ໂຮງງານຂ້າສັດທັນສະໄໝດອນດູ່ ), ໂຮງງານຜະລິດນໍ້າສີ ບໍລິສັດ ອຸໄລພານິດ ( ປະເທດລາວ ) ຈໍາກັດ ແລະ ໂຮງງານຜະລິດຢາເລກ 3.

ການລົງຊຸກຍູ້ການຜະລິດຄັ້ງນີ້ໄດ້ຮັບການລາຍງານສະພາບການຜະລິດພືດຜັກສະອາດ, ປອດສານເຄມີຈາກ ທ່ານ ບຸນທ່ຽງ ລັດຕະນະວົງ ອໍານວຍການ ບໍລິສັດ ເມືອງລາວຟູດ ເຊິ່ງທ່ານໄດ້ກ່າວວ່າ: ບໍລິສັດເມືອງລາວຟູດ ສ້າງຕັ້ງຂຶ້ນໃນປີ 2018 ດໍາເນີນທຸລະກິດ 3 ກິດຈະກໍາຫຼັກ ຄື: ຜະລິດກະສິກໍາປູກພືກຜັກສະອາດ, ລ້ຽງປາ, ລ້ຽງກົບ, ສົ່ງເສີມປະຊາຊົນຜະລິດ – ເກັບຊື້ ແລະ ຈໍາໜ່າຍສິນຄ້າກະສິກໍາສູ່ຕະຫຼາດ ແລະ ໂຮງແຮມ, ຜະລິດ – ປຸງແຕ່ງສິນຄ້າກະສິກໍາ.

ທ່ານ ຄໍາຫຼ້າ ແສງດາວົງ ອໍານວຍການລັດວິສາຫະກິດສະບຽງອາຫານ ນະຄອນຫຼວງວຽງຈັນ ໄດ້ລາຍງານສະພາບລວມໃນການດໍາເນີນທຸລະກິດຜ່ານມາ ໂດຍສະເພາະການຮ່ວມມືກັບບໍລິສັດຊີພີ ໃນການສະໜອງແຫຼ່ງທຶນ ແລະ ວິຊາການ ເພື່ອຈັດຊື້ເຄື່ອງມືທັນສະໄໝເຂົ້າມາຮັບໃຊ້ໃນສາຍການຜະລິດຂອງໂຮງງານ. ພ້ອມມີຂໍ້ສະເໜີໃຫ້ການນໍາກະຊວງພ້ອມຄະນະ, ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງ ສືບຕໍ່ເອົາໃຈໃສ່ໃນການກໍານົດລາຄາຊີ້ນໝູໃນທົ່ວປະເທດ.

ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ສະແດງຄວາມຊົມເຊີຍທີ່ທັງສອງຫົວໜ່ວຍທຸລະກິດຕັດສິນໃຈໃນການລົງທຶນດໍາເນີນທຸລະກິດ ໂດຍສະເພາະການປູກຜັກສະອາດທັງເປັນຂອງບໍລິສັດເອງ ແລະ ການມີສ່ວນຮ່ວມໃນການສົ່ງເສີມຊາວກະສິກອນ ເພື່ອຜະລິດພືດຜັກທີ່ດີ ແລະ ມີມາດຕະຖານ ເພື່ອເປັນສະບຽງຕອບສະໜອງໃນການບໍລິໂພກໃນນະຄອນຫຼວງວຽງຈັນ, ບັນດາແຂວງ ແລະ ກ້າວໄປສູ່ການສົ່ງອອກ

ທ່ານລັດຖະມົນຕີ ຍັງເນັ້ນໜັກໃຫ້ສືບຕໍ່ໃນການປັບປຸງຂະບວນການຜະລິດຂອງໂຮງງານ, ເອົາໃຈໃສ່ໂຄສະນາ – ປະຊາສໍາພັນ ເພື່ອໃຫ້ຜູ້ບໍລິໂພກຮັບຮູ້ ແລະ ເຂົ້າໃຈໃນການບໍລິໂພກຊີ້ນທີ່ສະອາດ, ຂອດການປຸງແຕ່ງທີ່ຖືກຫຼັກສຸຂະນາໄມ, ພ້ອມໃຫ້ມີການຮ່ວມມືກັບບໍລິສັດຊີພີ ໃນການເພີ່ມຂອດສະໜອງ ແລະ ປຸງແຕ່ງໃຫ້ຫຼາຍຂຶ້ນ ໂດຍສະເພາະຮ້ານຂາຍຊີ້ນໝູທີ່ສະອາດ, ຜະລິດຕະພັນອາຫານສໍາເລັດຮູບທີ່ຜະລິດຈາກລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ.

This image has an empty alt attribute; its file name is image-37.png

ໂອກາດດຽວກັນ, ຄະນະລົງຕິດຕາມ ແລະ ຊຸກຍູ້ການຜະລິດກໍຍັງໄດ້ລົງຊຸກຍູ້ການຜະລິດຂອງ ບໍລິສັດ ອຸໄລພານິດ ( ປະເທດລາວ ) ຈໍາກັດ ແລະ ໂຮງງານ ຜະລິດຢາເລກ 3 ເພື່ອສືບຕໍ່ສົ່ງເສີມການຜະລິດໃຫ້ມີຄວາມແຂງແຮງຂຶ້ນກວ່າເກົ່າ ປະກອບສ່ວນໃນການສ້າງສິນຄ້າຮັບໃຊ້ພາຍໃນຫຼຸດຜ່ອນການນໍາເຂົ້າ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Comments