ປະກາດຜົນລາງວັນ ໂນເບວ ສາຂາການແພດ ປະຈຳປີ 2020…

ກອງປະຊຸມໂນເບລທີ່ສະຖາບັນ Karolinska Institutet ໄດ້ຕັດສິນມອບລາງວັນ ໂນເບວ ສາຂາ ຊີວະສາດ ແລະ ການແພດ  ປະຈຳປີ 2020 ໃຫ້ກັບ Harvey J. Alter, Michael Houghton และ Charles M. ຊຶ່ງເປັນນັກວິທະຍາສາດຊາວ ແຄນນາດາ  ສຳລັບການຄົ້ນພົບໄວຣັດຕັບອັກເສບຊີ " discovery of Hepatitis C virus."
Viral hepatitis

Harvey J. Alter, Michael Houghton และ Charles M. ໄດ້ຄົ້ນພົບນ້ຳເຊື້ອທີ່ນຳໄປສູ່ການລະບຸໄວຣັດຊະນິດໃໝ່ຄື ໄວຣັດຕັບອັກເສບຊີ ” Hepatitis C virus.” ຊຶ່ງກ່ອນໜ້ານີ້ພວກເຂົາໄດ້ຄົ້ນພົບໄວຣັດຕັບອັກເສບ ເອ (discovery of Hepatitis A virus) ແລະ ບີ (discovery of Hepatitis B virus) ເປັນຂັ້ນຕອນທີ່ສຳຄັນໃນການຄົ້ນຄວ້າຕໍ່ມາ ແຕ່ຜູ້ປ່ວຍໂລກໄວຣັດຕັບອັກເສບຈາກກະແສເລືອດສ່ວນໃຫຍ່ ຍັງບໍ່ສາມາດອະທິບາຍໄດ້ວ່າມີສາເຫດ ແລະ ມີອາການທີ່ແຕກຕ່າງກັນອອກໄປ ແຕ່ການຄົ້ນພົບໄວຣັດຕັບອັກເສບຊີ ເຜີຍໃຫ້ເຫັນສາເຫດຂອງໂລກຕັບອັກເສບຊຳເຮື້ອທີ່ເຫຼືອຢູ່ ເພື່ອສາມາດທົດລອງການກວດເລືອດ ແລະ ຢາໃໝ່ໆ ທີ່ຊ່ວຍຊີວິດຄົນໄດ້ຫຼາຍລ້ານຄົນ.

ໄວຣັດຕັບອັກເສບ ເປັນໄພຄຸກຄາມລະດັບໂລກຕໍ່ສຸຂະພາບຂອງມະນຸດ Medicine Prize ປະຈຳປີນີ້ ຈຶ່ງມອບໃຫ້ກັບນັກວິທະຍາສາດສາມຄົນທີ່ມີສ່ວນຮ່ວມຢ່າງເດັດຂາດໃນການສຶກສາຄົ້ນຄວ້າກ່ຽວກັບໂລກຕັບອັກເສບຈາກເລືອດ ຊຶ່ງເປັນບັນຫາສຸຂະພາບທີ່ສຳຄັນລະດັບໂລກ ທີ່ເປັນສາເຫດໃຫ້ຜູ້ຄົນທົ່ວໂລກເປັນໂລກຕັບແຂງ ແລະ ມະເຣັງຕັບ ການຄົ້ນພົບໄວຣັດອັກເສບຊີຂອງຜູ້ໄດ້ຮັບລາງວັນໂນເບວ ຖືເປັນຄວາມສຳເລັດຄັ້ງສຳຄັນໃນການຕໍ່ສູ້ກັບໂລກໄວຣັດຕັບຢ່າງຕໍ່ເນື່ອງ

Summary of the discoveries
ຈາກການຄົ້ນພົບຂອງພວກເຂົາ ເຮັດໃຫ້ຕອນນີ້ມີການກວດເລືອດທີ່ມີຄວາມໄວສູງສຳລັບໄວຮັສ ແລະ ສິ່ງເຫຼົ່ານີ້ ໄດ້ກຳຈັດໄວຣັສຕັບອັບເສບ ຫຼັງການຖ່າຍເລືອດໄປແລ້ວໃນຫຼາຍໆສ່ວນຂອງໂລກຕັບເຮັດໃຫ້ສຸຂະພາບຂອງໂລກຕັບດີຂຶ້ນຢ່າງຫຼວງຫຼາຍ. ການຄົ້ນຄວ້າທີ່ປະສົບຜົນສຳເລັດອີກເທື່ອໜຶ່ງຂອງໂລກນີ້ ຖືໄດ້ວ່າພວກເຂົາປຽບເໝືອນຄູຜູ້ນຳທາງດ້ານວິທະຍາສາດທີ່ຍິ່ງໃຫຍ່ທີ່ຈະເປັນຖານຂໍ້ມູນທີ່ສຳຄັນຕໍ່ການສຶກສາຄົ້ນຄວ້າໄວຣັສຊະນິດຕ່າງໆສືບໆໄປ.

Nobel Prize for Medicine Goes to Hepatitis C Discovery | Time

ສຳລັບຜົນລາງວັນໂນເບວສາຂາ ຊີວະສາດ ແລະການແພດ ປະຈຳປີ 2020 ນີ້ ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2020 ນີ້ ຊຶ່ງເປັນກຽດມອບລາງວັນໂດຍ Thomas Perlmann ເລຂາທິການສະມັດຊາໂນເບລ ແລະ ຄະນະກຳມະການໂນເບລ

ອ່ານຂໍ້ມູນລາຍລະອຽດເພີ່ມຕື່ມໄດ້ທີ່ລິ້ງ: https://www.nobelprize.org/prizes/medicine/2020/summary

Comments