ຮ່ວມຈັດກິດຈະກຳກິລາສີ ເພື່ອການກຸສົນ ແກ່ຜູ້ບົກຜ່ອງທາງການໄດ້ຍິນ…

ໃນວັນທີ 28 ກັນຍາ 2020 ທີ່ສູນກິລາໃນຮົ່ມລ້ານຊ້າງ ນະຄອນຫລວງວຽງຈັນ ສູນການສຶກສາຜູ້ບົກຜ່ອງທາງການໄດ້ຍິນ ສູນແຫ່ງຄວາມຫວັງ ໄດ້ສ້າງກິດຈະກຳກິລາສີ ເພື່ອການກຸສົນຄັ້ງທີ 1 ຮ່ວມສົມທົບທຶນການສຶກສາ ແກ່ຜູ້ບົກຜ່ອງທາງການໄດ້ຍິນ ເຂົ້າຮ່ວມໂດຍທ່ານ ນາງ ໂສພາພອນ ເຮືອງລິດ ຜູ້ອຳນວຍການສູນການສຶກສາຜູ້ບົກຜ່ອງທາງການໄດ້ຍິນ ສູນແຫ່ງຄວາມຫວັງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ, ຜູ້ສະໜັບສະໜູນ ແລະ ນັກກິລາ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ນາງ ໂສພາພອນ ເຮືອງລິດ ໄດ້ໃຫ້ຮູ້ວ່າ: ຈຸດປະສົງໃນການຈັດງານຄັ້ງນີ້, ເພື່ອເປັນການປຸກລະດົມໃຫ້ໃນສັງຄົມ ເຫັນໄດ້ຄວາມສໍາຄັນ ຂອງຜູ້ບົກຜ່ອງທາງການໄດ້ຍິນ ຫລື ຜູ້ພິການຫູ-ປາກ ເພື່ອສົ່ງເສີມຊ່ວຍເຫລືອ ແລະ ເປີດໂອກາດໃຫ້ເຂົາເຈົ້າ ໄດ້ພັດທະນາຕົນເອງ ທາງດ້ານການການຮຽນ-ການສຶກສາ, ດ້ານກິລາ, ສ້າງໂອກາດໃຫ້ເຂົາເຈົ້າມີໂອກາດສະແດງ ສັກກະຍາພາບ ຄວາມຮູ້ຄວາມສາມາດຂອງຕົນເທົາທີ່ຈະເຮັດໄດ້ ແລະ ຄາດການວ່າ ງານນີ້ຈະສາມາດເຮັດໃຫ້ພາກສ່ວນໃດໜຶ່ງໃນສັງຄົມ ເຫັນຄວາມສຳຄັນໃຫ້ການສະໜັບສະໜຸນ.

ງານນີ້, ເກີດຈາກການຮ່ວມຕົວຂອງໄວໜຸ່ມ ຈາກຫລາຍໂຮງຮຽນ ແລະ ວິທະຍາໄລຕ່າງໆ ມາຮ່ວມຕົວກັນ, ພວກເຮົາມີຄວາມແຕກຕ່າງກັນບໍ່ວ່າຈະເປັນຄວາມເຊື່ອ, ເອກະລັກ, ຊົນເຜົ່າ, ສາສາໜາ ແຕ່ພວກເຮົາມີເປົ້າໝາຍອັນດຽວກັນຄື ພວກເຮົາຢາກເປັນຈຸດເລີ່ມຕົ້ນໃນການຊ່ວຍນ້ອງໆ ທີ່ຂາດໂອກາດໃນດ້ານຕ່າງໆ ເພາະເຂົາເຫລົ່ານັ້ນຂາດການຮັບຮູ້ຂ່າວສານຕ່າງໆແມ່ນເປັນໄປໄດ້ຍາກຫລາຍ, ພວກເຮົາຈຶ່ງຮ່ວມຕົວກັນຈັດງານຂຶ້ນມາ ເພື່ອເປັນການເຮັດກິດຈະກຳ, ເປັນການບຳບັດຮ່າງກາຍ ແລະ ຈິດໃຈ, ໂດຍຜ່ານງານກິລາສີ ເພື່ອການກຸສົນ ເປັນການລະດົມນ້ຳໃຈ ຈາກທຸກພາກສ່ວນໃນສັງຄົມ ຊ່ວຍເຫລືອນ້ອງໆຜູ້ທີ່ຂາດໂອກາດເຫລົ່ານີ້.

ແຫຼ່ງຂໍ້ມູນ: ຂປລ

Comments