ສົ່ງແຮງໃຈ ໃຫ້ທີມນັກຮົບລາວຊິງໄຊ Army Games International 2020 ທີ່ປະເທດລັດເຊຍ

ຮ່ວມກັນສົ່ງແຮງໃຈໃຫ້ທີມລົດຖັງຈາກ ສປປ ລາວ ໃນການເຂົ້າຮ່ວມແຂ່ງຂັນ ກິລາ Army Games International 2020 ທີ່ປະເທດລັດເຊຍ ເພື່ອໃຫ້ຢາດໄດ້ຫຼຽນຄຳກັບຄືນມາປະເທດ

ໃນລະຫວ່າງວັນທີ 23 ສິງຫາ – 5 ກັນຍາ 2020 ນີ້ ຈະມີການແຂ່ງຂັນກິລາທາງການທະຫານນານາຊາດ ຄັ້ງທີ 6 ທີ່ປະເທດລັດເຊຍ, ປະກອບດ້ວຍ 31 ລາຍການແຂ່ງຂັນ ໂດຍມີຕົວແທນຈາກ 28 ປະເທດເຂົ້າຮ່ວມ ໃນນັ້ນລວມມີ ສປປ ລາວ ນຳ.

ສຳລັບກອງທັບປະຊາຊົນລາວ ໄດ້ສົ່ງທີມນັກກິລາເຂົ້າຮ່ວມ 2 ລາຍການຄື: ແຂ່ງຂັນລົດຖັງ ແລະ ເຕັກນິກດ້ານອາວຸດ-ຍຸດໂທປະກອນ, ໂດຍທຳອິດ ກອງທັບປະຊາຊົນລາວ ຈະໄດ້ສົ່ງນັກກິລາເຂົ້າຮ່ວມຫຼາຍລາຍການ, ແຕ່ເນື່ອງຈາກການລະບາດຂອງ ໂຄວິດ-19 ຈຶ່ງໄດ້ຕັດບາງລາຍການອອກ.

International Army Games ເລີ່ມຕົ້ນການແຂ່ງຂັນລະຫວ່າງໜ່ວຍທະຫານພາຍໃນກອງທັບລັດເຊຍ,​ຕໍ່ມາແມ່ນຂະຫຍາຍໄປແຂ່ງຂັນລະຫວ່າງປະເທດອະດີດສະຫະພບໂຊວຽດ ແລ້ວມາປ່ຽນເປັນລະດັບນານາຊາດໃນປີ 2015 ໂດຍປີທຳອິດ ມີພຽງລັດເຊຍເປັນເຈົ້າພາບ ພຽງປະເທດດຽວ, ແຕ່ຕໍ່ມາມີຫຼາຍປະເທດເປັນເຈົ້າພາບຮ່ວມ.​

ແຫຼ່ງຂໍ້ມູນ: https://www.facebook.com

Comments