ບຸນຊ່ວງເຮືອປະຈຳປີ ທີ່ຫຼວງພະບາງ

ການຊ່ວງເຮືອ ທີ່ຫຼວງພະບາງ ເພື່ອເປັນການບູຊາໜ້ານໍ້າ ຕາມຮິດຄອງປະເພນີ ທ່າມກາງສາຍຝົນທີ່ຕົກລົງມາ.

ໂດຍມີເຮືອຊ່ວງທັງໝົດ 6 ເຫລັ້ມ ປະກອບມີ: ເຮືອນາງດຳ-ນາງດ່ອນ 1 ຄູ່, ເຮືອຊ່ວງຊຽງທອງ, ປ່າຂາມ, ສັງຄະໂລກ ແລະ ຫາດຮ່ຽນ ໃນມື້ບຸນເດືອນເກົ້າ ຫໍ່ເຂົ້າປະດັບດິນ ບຸນຊ່ວງເຮືອ ຂອງນະຄອນຫລວງພະບາງ ໃນວັນທີ 18 ສິງຫາ 2020

ເນື່ອງຈາກການແຜ່ລະບາດຂອງເຊື້ອ ໂຄວິດ-19 ຢູ່ພາກພື້ນ, ການຈັດບຸນຊ່ວງເຮືອໃຫຍ່ ທີ່ມີຄົນເຂົ້າຮ່ວມຫຼາຍ ແມ່ນໄດ້ຖືກໂຈະ ແລະ ມີພຽງ ພິທີບູຊາ ໜ້ານໍ້າ ເທົ່ານັ້ນ.

FM 90.0

Comments