ເສດຖະກິດຂອງປະເທດຍີ່ປຸ່ນຫຼຸດລົງຍ້ອນວ່າ ໂຄວິດ-19…

ຍີ່ປຸ່ນປະສົບກັບການຫົດຕົວທາງເສດຖະກິດທີ່ໃຫຍ່ທີ່ສຸດ ໃນໄຕມາດທີ 2, ຍ້ອນການແຜ່ລະບາດຂອງ ໂຄວິດ-19, ທຸລະກິດ ແລະ ການໃຊ້ຈ່າຍຂອງຜູ້ບໍລິໂພກຕົກຢູ່ໃນຄວາມກົດດັນ. ໃນຂະນະທີ່ເສດຖະກິດກຳລັງຈະດີຂື້ນ, ຈາກຄວາມຫຍຸ້ງຍາກຫຼັງຈາກມາດຕະການ Lock Down ໄດ້ຖືກຜ່ອນຜັນໃນທ້າຍ ເດືອນ ພຶດສະພາ, ນັກວິເຄາະຫຼາຍຄົນຄາດວ່າ ການຟື້ນຕົວໃນ ເດືອນ ກໍລະກົດ ຫາ ເດືອນ ກັນຍາ ຈະມີລະດັບປານກາງ ຍ້ອນວ່າການຕິດເຊື້ອເພີ່ມຂື້ນໃໝ່ ເຮັດໃຫ້ມີຜົນກະທົບໂດຍກົງຕໍ່ທຸລະກິດ.

ລວມຍອດຜະລິດຕະພັນພາຍໃນ (GDP) ຫຼຸດລົງ 27,8% ໃນແຕ່ລະປີ ເຊິ່ງ ເດືອນ ເມສາ ຫາ ເດືອນ ມິຖຸນາ, ຂໍ້ມູນຂອງລັດຖະບານໄດ້ສະແດງໃຫ້ເຫັນວ່າ ເຊິ່ງເປັນການຫຼຸດລົງທີ່ຮ້າຍແຮງທີ່ສຸດ ນັບຕັ້ງແຕ່ຂໍ້ມູນທີ່ສົມທຽບໄດ້ມີຂຶ້ນໃນປີ 1980

ການບໍລິໂພກສ່ວນບຸກຄົນ ກວມເອົາຫຼາຍກ່ວາເຄິ່ງໜຶ່ງຂອງເສດຖະກິດຍີ່ປຸ່ນ ເຊິ່ງບໍລິໂພກໄດ້ຫຼຸດລົງເຖິງ 8,2% ສຳລັບໄຕມາດທີ 2 ໂດຍຮ້າຍແຮງກວ່າການຄາດຄະເນຂອງນັກວິເຄາະ ວ່າຈະຫຼຸດລົງ ພຽງ 7,1% ການໃຊ້ຈ່າຍຂອງທຶນຫຼຸດລົງ 1,5% ໃນໄຕມາດ 2 ເຊິ່ງໜ້ອຍກວ່າການຄາດຄະເນຂອງຕະຫລາດທີ່ສະເລ່ຍ ການຫຼຸດລົງແມ່ນ 4,2%. ຂໍ້ມູນສະແດງໃຫ້ເຫັນວ່າ, ຄວາມຕ້ອງການພາຍນອກ, ຫຼືການສົ່ງອອກການ-ນຳເຂົ້າ ຫຼຸດລົງ 3% ຈາກ GDP, ຍ້ອນວ່າແຜ່ລະບາດຂອງໂຄວິດ-19 ເຮັດໃຫ້ຄວາມຕ້ອງການຂອງຜູ້ບໍລິໂພກໃນໂລກຫຼຸດລົງ.

ຍີ່ປຸ່ນ ໄດ້ນຳໃຊ້ການກະຕຸ້ນທາງດ້ານງົບປະມານ ແລະ ການເງິນຢ່າງຫຼວງຫຼາຍ ເພື່ອເປັນຕໍ່ສູ້ເສດຖະກິດ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໂຄວິດ-19 ແຕ່ກໍຍັງພົບຫຼາຍຄວາມທ້າທາຍທີ່ຜັນປ່ຽນຢ່າງວ່ອງໄວ ແລະ​ ຕໍ່ເນື່ອງ.

ແຫຼ່ງຂໍ້ມູນ:​https://www.cnbc.com

Comments