ຄະນະຜູ້ແທນຂັ້ນສູງ ພັກ, ລັດ ເດີນທາງໄປວາງພວງມາລາໄຫວ້ອາໄລອະ ດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

ວັນທີ 14 ສິງຫາ 2020, ຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໄດ້ເດີນທາງໄປວາງພວງມາລາໄຫວ້ອາໄລ ສະຫາຍ ເລຂາຟຽວ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຊິ່ງໄດ້ເຖິງແກ່ມໍລະ ນະກໍາ ເມື່ອວັນທີ 7 ສິງຫາ 2020 ຜ່ານມາ.

ພາຍຫລັງພິທີໄຫວ້ອາໄລທາງການແລ້ວ, ສະຫາຍ ທອງລຸນ ສີສຸລິດ ກໍ່ໄດ້ຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດ ຂຽນຄວາມຮູ້ສຶກລົງໃນປື້ມໄຫວ້ອາໄລ, ເຊິ່ງມີເນື້ອໃນບາງຕອນວ່າ: “ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດ ມີຄວາມໂສກເສົ້າເສຍດາຍເປັນຢ່າງຍິ່ງ ເມື່ອໄດ້ຮັບຂ່າວການຈາກໄປຂອງ ສະຫາຍເລຂາຟຽວ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຢ່າງບໍ່ມີວັນຫວນກັບມາ. ການຈາກໄປຂອງສະຫາຍເລຂາຟຽວ ເປັນການສູນເສຍອັນໃຫຍ່ຫລວງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ, ສູນເສຍນັກປະຕິວັດຜູ້ອົງອາດກ້າຫານບໍ່ຍອມຈຳນົນ, ຜູ້ນຳທີ່ເຄົາລົບຮັກຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ. ຕະຫລອດໄລຍະຫລາຍທົດສະຫວັດທີ່ຜ່ານມາ ສະຫາຍ ເລຂາຟຽວ ໄດ້ມີການປະກອບສ່ວນຢ່າງໃຫຍ່ຫລວງເຂົ້າໃນພາລະກິດສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ ເຮັດໃຫ້ປະເທດຊາດຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງ. ການຈາກໄປຂອງສະຫາຍ ຍັງເປັນການສູນເສຍເພື່ອນຮ່ວມຮົບປະຕິວັດຜູ້ອາດຫານ, ສູນເສຍສະຫາຍທີ່ສະໜິດສະໜົມ ແລະ ໃກ້ຊິດທີ່ສຸດຂອງພັກ, ລັດແລະ ປະຊາຊົນລາວ. ສະຫາຍເປັນຜູ້ໜຶ່ງທີ່ໄດ້ມີການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ ແລະ ຫວຽດນາມຕະຫລອດມາ”.


ໂອກາດດຽວກັນນີ້, ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຍັງໄດ້ພົບປະກັບ ສະຫາຍ ຫງວຽນຊວັນຟຸກ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ. ໃນການພົບປະຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກ ມາຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ, ແນວໂຮມປະເທດຊາດຫວຽດນາມ ກໍ່ຄືຄອບຄົວ, ຍາດຕິພີ່ນ້ອງຂອງສະຫາຍເລຂາຟຽວ; ຕາງໜ້າໃຫ້ພັກ, ລັດຖະບານລາວ ສະແດງຄວາມເຫັນໃຈ ຕໍ່ສະຫາຍຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກການລະບາດພະຍາດໂກວິດ-19 ຮອບໃໝ່ ແລະ ເຊື່ອໝັ້ນວ່າ ດ້ວຍການເອົາໃຈໃສ່ຢ່າງໃກ້ຊິດຈາກການນຳພັກ-ລັດ ແລະ ການນໍາໃຊ້ມາດຕະການທີ່ເຂັ້ມງວດ, ທັນການ ສສ ຫວຽດນາມ ຈະສາມາດຄວບຄຸມພະຍາດດັ່ງກ່າວນີ້ໄດ້ຢ່າງສິ້ນເຊິງໃນໄວໆນີ້; ສະແດງຄວາມຊົມເຊີຍ ສສ ຫວຽດນາມ, ໃນສະພາບການທີ່ມີຄວາມຫຍຸ້ງຍາກ ພ້ອມຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ກໍ່ໄດ້ເຮັດໜ້າທີ່ເປັນສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ ແລະ ປະທານ ອາຊຽນຢ່າງຕັ້ງໜ້າ.


ໃນການພົບປະຄັ້ງນີ້ ສອງຝ່າຍຍັງໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ; ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ການຮ່ວມມືສອງຝ່າຍ, ບັນຫາທີ່ພົ້ນເດັ່ນທີ່ຕ່າງຝ່າຍໃຫ້ຄວາມສົນໃຈ; ແຈ້ງໃຫ້ກັນຊາບກ່ຽວກັບ ສະພາບການແຜ່ລະບາດ, ການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດ ໂຄວິດ-19 ຢູ່ແຕ່ລະປະເທດ. ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການເຮັດວຽກຮ່ວມກັນເພື່ອຊຸກຍູ້ການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງຕ່າງໆ ຂອງການນໍາຂັ້ນສູງຂອງສອງພັກ-ລັດ ໂດຍສະ ເພາະການຮ່ວມມືດ້ານເສດຖະກິດ ທີ່ສອງນາຍົກໄດ້ປຶກສາຫາລືກັນໃນໂອກາດພົບປະຢູ່ນະຄອນດານັງ ໃນເດືອນກໍລະກົດ ແລ້ວນີ້ ແລະ ໃນອາທິດຜ່ານມາ ສອງຄະນະກໍາມະທິການຮ່ວມມືທັງສອງປະເທດ ກໍ່ໄດ້ມີກອງປະຊຸມກາງສະໄໝທາງໄກຮ່ວມກັນແລ້ວ ເພື່ອຜັນຂະຫຍາຍຜົນການຕົກລົງໃຫ້ເປັນຮູບປະທຳ, ນໍາເອົາໝາກຜົນຕົວຈິງມາສູ່ສອງຝ່າຍ

ແຫຼ່ງຂໍ້ມູນ: https://www.facebook.com/plugins/post.php?

Comments