ຄະດີ Lai Xiaomin ທຳລາຍ​ສະຖິຕິສໍ້ລາດບັງຫລວງຢູ່ຈີນ ຖືກຈັບມາດຳເນີນຄະດີ…

ທ່ານ Lai Xiaomin ຜູ້ບໍລິຫານຊັບສິນອັນດັບທີ 1 ຂອງຈີນໄດ້ໃຫ້ຜິດສິນບົນຈຳນວນ 258 ລ້ານໂດລາສະຫະລັດ. ໂດຍທາງ CCTV ໂທລະພາບຂອງຈີນ ໄດ້ລາຍງານວ່າ ທ່ານ Lai ໄດ້ເກັບເງິນໄວ້ໃນບັນຊີທະນາຄານ 300 ລ້ານຢວນ ໃນນາມແມ່ຂອງລາວ.


Lai Xiaomin ໄດ້ໃຊ້ຕຳແໜ່ງຂອງລາວຮັບສິນບົນເພື່ອແລກກັບການເອື້ອອຳນວຍໃນດ້ານຕ່າງໆເປັນເວລາ 10 ປີ. ສຳລັບອາຊີບຂອງລາວ ແມ່ນໄດ້ເຮັດວຽກກັບສະຖາບັນລັດຖະບານທີ່ສຳຄັນຫຼາຍແຫ່ງ. Lai Xiaomin ເຮັດໜ້າທີ່ເປັນ ຫົວໜ້າພະແນກກັບທະນາຄານປະຊາຊົນຈີນ, ພ້ອມທັງ ເປັນຄະນະກຳມະການຄຸ້ມຄອງທະນາຄານຈີນ. ນອກຈາກນັ້ນ, ລາວຍັງໄດ້ຖືກແຕ່ງຕັ້ງໃຫ້ເປັນປະທານບໍລິສັດຄຸ້ມຄອງຊັບສິນ Huarong ໃນປີ 2012. ທັງໝົດນີ້, ແມ່ນຢູ່ພາຍໃຕ້ລັດຖະບານຈີນ ແລະ ທ່ານ Lai Xiaomin ເປັນຕົວແທນໃຫ້ແກ່ພັກຄອມມູນິດໃນພະແນກເຫຼົ່ານີ້.


ພ້ອມກັນນັ້ນ, ທ່ານ Lai ຍັງເປັນຮອງຫົວໜ້າພັກຝ່າຍປີກພັກຝ່າຍບໍລິສັດຂອງລາວ. ຕຳແໜ່ງເຫຼົ່ານັ້ນ ໄດ້ເຮັດໃຫ້ ທ່ານ Lai ສາມາດດຳເນີນການຈັດການກັບການສໍ້ລາດບັງຫຼວງທີ່ໃຫຍ່ທີ່ສຸດໃນລະບົບທະນາຄານຂອງຈີນ. ທ່ານ Lai ໄດ້ຮັບສາລະພາບວ່າມີຄວາມຜິດ ແລະ ມີການໄຕ່ສວນຄະດີ ເຊິ່ງນອກເໜືອຈາກເງິນສົດຫຼາຍຮ້ອຍລ້ານແລ້ວ, ທ່ານ Lai ຍັງມີບັນຫາເລື່ອງຕ່າງໆນຳອີກ.


ຈີນເວົ້າວ່າການປາບປາມ ທ່ານ Lai ແມ່ນໄຊຊະນະອັນໃຫຍ່ຫຼວງຕໍ່ການສໍ້ລາດບັງຫຼວງ, ແຕ່ກໍລະນີຜູ້ລົ້ມລະລາຍຂອງທະນາຄານນີ້ເປີດເຜີຍໃຫ້ເຫັນວ່າ ເປັນການສະອດງໃຫ້ເຫັນຄວາມບໍ່ຊື່ສັດທີ່ເລິກເຊິ່ງພາຍໃນລັດທິຄຸນນະທຳຂອງສໍ້ລາດບັງຫຼວງຂອງຈີນ.

ແຫຼ່ງຂໍ້ມູນ:​https://www.wionews.com/world

Comments