ວັນທີ 12 ເດືອນສິງຫາ ປະທານາທິບໍດີ ໂດນັລ ທຣຳ ປະກາດວ່າ ໄດ້ລົງນາມຂໍ້ຕົກລົງ ກັບບັນດາ ຜູ້ຜະລິດຢາ Moderna ເພື່ອຊື້ວັກແຊງ ຈຳນວນ 100 ລ້ານໂດສ ໂດຍມີ ມູນຄ່າເຖິງ 1,5 ຕື້ໂດລາສະຫະລັດ ເພື່ອສະກັດກັ້ນເຊື້ອໄວຣັສ (virus SARS-COV-2). ຈຳນວນວັກແຊງດັ່ງກ່າວ ຈະສະໜອງໃຫ້ແກ່ຄົນເຈັບ ພາຍໃນປະເທດອາເມລິກາໂດຍບໍ່ເສຍຄ່າ. ປະທານາທິບໍດີ ໂດນັລ ທຣຳ ຍັງກ່າວຕື່ມອີກວ່າ ໄດ້ພົບປະກັບບັນດາຜູ້ນຳຂອງໂຄງການ “Operation Warp Speed” ເປັນການລິເລີ່ມ ເພື່ອຊ່ວຍຊຸກຍູ້ການເຄື່ອນໄຫວຜະລິດວັກແຊງໃຫ້ໄວຂຶ້ນ.

ພ້ອມກັນນັ້ນ, ຍັງຢືນຢັນວ່າ ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫລວງ ສຳລັບແຕ່ລະປະເພດ ວັກແຊງ ທີ່ລັດຖະບານ ສະຫະລັດອາເມລິກາກຳລັງສະໜັບສະໜູນ, ຄົ້ນຄ້ວາ ແລະ ພັດທະນາ.

ປະທານາທິບໍດີ ໂດນັລ ທຣຳ ກ່າວວ່າວສະຫະລັດອາເມລິກາ ຊື້ວັກແຊງໃຫ້ແກ່ປະຊາຊົນໂດຍທັນທີ ພາຍຫລັງວັກແຊງປະເພດດັ່ງກ່າວ ໄດ້ມີການຮັບຮອງຈາກກົມຄຸ້ມຄອງ ຜະລິດຕະພັນອາຫານ ແລະ ການຢາ ສະຫະລັດອາເມລິກາ (FDA). ໃນໄລຍະຜ່ານມາ, ປະທານາທິບໍດີ ໂດນັລ ທຣຳ ໄດ້ປະຕິບັດບາງຂໍ້ຕົກລົງທີ່ຄ້າຍຄືກັນ ໂດຍຫວັງວ່າຈະສາມາດສະໜອງວັກແຊງ ໃຫ້ແກ່ ປະຊາຊົນອາເມລິກາ ໃນທ້າຍປີນີ້.

ແຫຼ່ງຂໍ້ມູນ: https://www.facebook.com/plugins/post.php?