ມະຫາວິທະຍາໄລ Oxford ຄົ້ນຄິດວັກຊິນທີ່ສາມາດກະຕຸ້ນພູມຄຸ້ມກັນ Covid-19 ໄດ້ສໍາເລັດ…

ການທົດລອງວັກຊິນປ້ອງກັນພະຍາດໂຄວິດ-19 ທີ່ພັດທະນາໂດຍມະຫາວິທະຍາໄລ Oxford ກັບອາສາສະໝັກ ພົບວ່າມີຄວາມປອດໄພ ແລະ ສາມາດຝຶກລະບົບພູມຄຸ້ມກັນໄດ້ສໍາເລັດ ໂດຍຮ່າງກາຍຂອງອາສາສະໝັກທີ່ໄດ້ຮັບວັກຊິນສ້າງແອນຕີ້ບໍດີ້ ແລະ ເມັດເລືອດຂາວທີ່ສາມາດຕໍ່ສູ້ກັບໄວຣັສສາຍພັນໃໝ່ໄດ້.

 ງານວິໄຈນີ້ເຮັດໃຫ້ເກີດຄວາມຄາດຫວັງທ່າມກາງຄວາມພະຍາຍາມໃນການຕໍ່ສູ້ກັບພະຍາດ Covid-19 ທີ່ກຳລັງລະບາດຢູ່ ແຕ່ຍັງຖືວ່າໄວເກີນໄປທີ່ຈະຮູ້ວ່າວັກຊິນສາມາດປ້ອງກັນ Covid-19 ໄດ້ ແລະ ນັກວິໄຈກຳລັງດໍາເນີນການທົດລອງທີ່ມີອາສາສະໝັກເຂົ້າຮ່ວມຫຼາຍກວ່ານີ້, ແຕ່ເຖິງຢ່າງໃດກໍຕາມ ປັດຈຸບັນທາງການຂອງອັງກິດໄດ້ສັ່ງຊື້ວັກຊິນຊະນິດນີ້ 100 ລ້ານເຂັມແລ້ວ.

ວັກຊິນທີ່ໄດ້ຮັບການພັດທະນາຂຶ້ນຢ່າງໄວວານີ້ມີຊື່ວ່າ ChAdOx1 nCoV-19 ເປັນວັກຊິນທີ່ພັດທະນາຂຶ້ນ ຈາກເຊື້ອໄວຣັສທີ່ກໍ່ໃຫ້ເກີດພະຍາດໄຂ້ຫວັດໃນຊິມແປນຊີ ທີ່ຖືກນໍາມາດັດແປງຈົນບໍ່ສາມາດກໍ່ໃຫ້ເກີດການຕິດເຊື້ອໃນມະນຸດໄດ້ ແລະ ເຮັດໃຫ້ມີລັກສະນະທີ່ຄ້າຍຄືເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ເຊິ່ງລະບົບພູມຄຸ້ມກັນຂອງມະນຸດສາມາດຮຽນຮູ້ວ່າຈະຈັດການໄດ້ແນວໃດ. ວັກຊິນດັ່ງກ່າວມີຄວາມປອດໄພ, ແຕ່ກໍມີຜົນຂ້າງຄຽງທີ່ບໍ່ອັນຕະລາຍ ເຖິງຢ່າງໃດກໍຕາມ ອາສາສະໝັກທີ່ເຂົ້າຮ່ວມການທົດລອງປະມານ 70% ບອກວ່າມີອາການຮ້ອນຕົວ ແລະ ເຈັບຫົວ ເຊິ່ງນັກວິໄຈລະບຸວ່າ ສາມາດໃຊ້ຢ່າ ປາຣາ ບັນເທົາອາການດັ່ງກ່າວໄດ້.​

ສາດສະດາຈານ Sarah Gilbert ແຫ່ງມະຫາວິທະຍາໄລ Oxford ໄດ້ກ່າວວ່າ ຍັງຕ້ອງເຮັດການທົດລອງເພີ່ມຕື່ມອີກ ກ່ອນຈະຢືນຢັນໄດ້ວ່າວັກຊິນຊະນິດນີ້ຈະໃຊ້ປ້ອງກັນການລະບາດຂອງພະຍາດ Covid-19 ໄດ້ ແຕ່ຜົນການທົດລອງໃນເບື້ອງຕົ້ນນີ້ຖືວ່າພໍໃຈ.

ວິທີຮັກສາອື່ນໆ

ກ່ອນໜ້ານີ້ ຜົນການທົດລອງໃນເບື້ອງຕົ້ນໂດຍ (Synairgen) ບໍລິສັດເຕັກໂນໂລຊີຊີວະພາບຂອງອັງກິດພົບວ່າ ການໃຊ້ໂປຣຕີນທີ່ຊື່ວ່າ (interferon beta) ສາມາດຊ່ວຍໃຫ້ຜູ້ຕິດເຊື້ອ Covid-19 ສາຍພັນໃໝ່ຈໍານວນຫຼາຍບໍ່ຈໍາເປັນຕ້ອງເຂົ້າຮັບການຮັກສາໃນພະແນກຜູ້ເຈັບໝັກ. ໂດຍປົກກະຕິແລ້ວ ຮ່າງກາຍຈະຜະລິດໂປຣຕິນຊະນິດນີ້ເມື່ອຕິດເຊື້ອໄວຣັສ ນັກວິໄຈໄດ້ໃຫ້ຄົນເຈັບຫາຍໃຈເອົາໂປຣຕິນນີ້ເຂົ້າໄປໃນຮ່າງກາຍຜ່ານເຄື່ອງ nebuliser ໂດຍຫວັງວ່າຈະຊ່ວຍກະຕຸ້ນລະບົບພູມຄຸ້ມກັນຂອງຮ່າງກາຍ.

ຜົນການທົດລອງໃນໄລຍະທໍາອິດເຫັນວ່າ ວິທີການຮັກສານີ້ຫຼຸດໂອກາດສ່ຽງທີ່ຄົນເຈັບຈະຕ້ອງເຂົ້າພະແນກຄົນເຈັບໜັກ ແລະ ໃຊ້ເຄື່ອງຫາຍໃຈໄດ້ເຖິງ 79%. ຊີແນຣ໌ແຈນ ເວົ້າວ່າ ຄົນເຈັບທີ່ຮັກສາດ້ວຍວິທີນີ້ມີໂອກາດຫຼາຍກວ່າ 2-3 ເທົ່າທີ່ຈະກັບມາດີເຖິງຂັ້ນໃຊ້ຊີວິດເປັນປົກກະຕິໄດ້. ນອກຈາກນີ້, ບໍລິສັດຍັງບອກວ່າວັກຊິນຊະນິດນີ້່ຊ່ວຍບັນເທົາອາການຫາຍໃຈຕິດຂັດໄດ້ຫຼາຍ ແລະ ຫຼຸດເວລາໂດຍສະເລ່ຍທີ່ຄົນເຈັບຕ້ອງຢູ່ໃນໂຮງໝໍຈາກ 9 ມື້ເຫຼືອ 6 ມື້.

ຍັງບໍ່ຢືນຢັນຜົນ

ຕາມກົດຂອງຕະຫຼາດຫຼັກຊັບ ຕ້ອງລາຍງານຜົນການທົດລອງໃນຂັ້ນຕົ້ນ, ເຖິງຢ່າງໃດກໍຕາມ ເມື່ອຍັງບໍ່ສາມາດເຂົ້າເຖິງຂໍ້ມູນທັງໝົດໄດ້ ແລະ ງານວິໄຈຍັງບໍ່ໄດ້ຮັບການຕີພິມໃນວາລະສານວິຊາການ, ເຊິ່ງມີຜູ້ຊ່ຽວຊານກວດສອບຂໍ້ມູນ BBC ຈຶ່ງບໍ່ສາມາດຢືນຢັນຜົນດັ່ງກ່າວໄດ້.

ຫົວໜ້ານັກວິໄຈບອກວ່າ ຫາກຜົນການວິໄຈນີ້ໄດ້ຮັບການຢືນຢັນອີກຂັ້ນໃນການທົດລອງລະດັບໃຫຍ່ຂຶ້ນ ການຮັກສາວິທີນີ້ເປັນສິ່ງສຳຄັນໃນການຕໍ່ສູ້ກັບພະຍາດ Covid-19.

ແຫຼ່ງຂໍ້ມູນ: BBC

Comments