ສາຍການບິນ China Eastern Airlines ປະຕິບັດຕາມຂໍ້ສະເໜີ ການບິນທີ່ບໍ່ຈຳກັດ…

ວັນທີ 18 ມິຖຸນາຜ່ານມາ, ເຊິ່ງເປັນເທດສະການຊື້ເຄື່ອງອອນລາຍກາງປີຂອງຈີນ, ບໍລິສັດການບິນ China Eastern Airlines ໄດ້ເປີດຕົວຖ້ຽວບິນບໍ່ຈຳກັດ ຫຼືຖ້ຽວບິນບຸບເຟ່ ທ້າຍອາທິດ (weekend-unlimited flight) ໃນຕະຫຼາດພາຍໃນປະເທດ ດ້ວຍລາຄາ 3,322 ຢວນ (469 ໂດລາສະຫະລັດ) ເຊິ່ງຜູ້ໂດຍສານສາມາດໃຊ້ຖ້ຽວບິນຈາກບໍລິສັດການບິນ China Eastern Airlines ແລະ Shanghai Airlines ໄປສູ່ຕົວເມືອງໃຫຍ່ຂອງຈີນ ໂດຍບໍ່ມີກຳນົດເວລາ ຈຳກັດໃນປີ 2020.  ແຕ່ລະສະມາຊິກຂອງ Eastern Miles ສາມາດຊື້ປີ້ໄດ້ເຖິງ 10 ຊຸດ ໂດຍບໍ່ຈຳກັດຈຳນວນການນຳໃຊ້, ແຕ່ໃນເວລາດຽວກັນ ປີ້ຍົນທີ່ນຳໃຊ້ບໍ່ໄດ້ມີພຽງແຕ່ສາມໃບເທົ່ານັ້ນ. ສ່ວນໜັງສືຜ່ານແດນແມ່ນຍັງບໍ່ໄດ້ຈ່າຍຄ່າພາສີ, ສະນັ້ນ ຜູ້ໂດຍສານ ຈຳເປັນຕ້ອງຈ່າຍຄ່າພາສີເພີ່ມເຊັ່ນກັນ ແລະ ໜັງສືຜ່ານແດນມີແຕ່ສຳຫຼັບການຊື້ຂອງພົນລະເມືອງຈີນເທົ່ານັ້ນ. ພ້ອມດຽວກັນນັ້ນ, ກໍຍັງມີຂໍ້ຈຳກັດຈຳນວນຫລວງຫລາຍ.

ອີງຕາມບໍລິສັດການບິນ China Eastern, ຜະລິດຕະພັນດັ່ງກ່າວແມ່ນຕອບສະໜອງ ຄວາມຕ້ອງການດ້ານການເດີນທາງສຳຫຼັບຄູ່ຜົວເມຍທີ່ອາໄສຢູ່ໃນຄົນລະເມືອງ, ຄົນທີ່ໄປເຮັດວຽກ ຫຼືສຶກສາຢູ່ສະຖານທີ່ຕ່າງໆ. ພ້ອມກັນນັ້ນ, ຍັງເປັນທາງເລືອກທີ່ດີ ສຳລັບກຸ່ມນັກທ່ອງທ່ຽວທີ່ມີການເດີນທາງເປັນປະຈຳເຊັ່ນ: ນັກທ່ອງທ່ຽວທີ່ມັກການເດີນທາງ, ຊ່າງຖ່າຍຮູບ, ກຸ່ມນັກທ່ອງທ່ຽວໄວກາງຄົນ ແລະ ຜູ້ເຖົ້າ, ຊ່ວຍເລັ່ງການຟື້ນຟູຊີວິດ ແລະ ເພີ່ມລະດັບການຊົມໃຊ້ຂອງລະບົບຕ່ອງໂສ້ອຸດສາຫະກຳ ການທ່ອງທ່ຽວທາງອາກາດ.

ກໍລະນີດັ່ງກ່າວ ໄດ້ຮັບຄວາມຄິດເຫັນໃນທາງບວກຈາກປະຊາຊົນຈຳນວນຫຼາຍ ແລະ ຜູ້ປະກອບກິດຈະການ ອຸດສະຫະກຳຈຳນວນໜຶ່ງ ເຊື່ອວ່າມັນຍັງຈະຊ່ວຍໃຫ້ຕະຫຼາດການບິນເຕີບໃຫຍ່ ແລະ ດຶງດູດນັກທ່ອງທ່ຽວທາງອາກາດ “ໃໝ່” ຫຼາຍຂຶ້ນ. ອີງຕາມການຄິດໄລ່ຂອງນັກເສດຖະສາດຈີນ ໃນປີ 2019, ປະຊາກອນໃນປະເທດຈີນ ປະມານ 1 ຕື້ຄົນ ອາດຈະບໍ່ເຄີຍເດີນທາງດ້ວຍຍົນ, ເຊິ່ງຄິດໄລ່ລວມແລ້ວ ມີຈຳນວນຫຼາຍກວ່າ 70% ຂອງປະຊາກອນທັງໝົດ.

ເຖິງແມ່ນວ່າ ການຈັດຖ້ຽວທີ່ບໍ່ຈຳກັດ ຫຼືຖ້ຽວບິນບຸບເຟ່ ຈະຈັດຂຶ້ນທຳອິດໃນປະເທດຈີນ ແຕ່ມັນກໍ່ບໍ່ແມ່ນຄວາມຄິດໃໝ່ ເພາະນັບຕັ້ງແຕ່ໄຕມາດ ທຳອິດຂອງປີ 2020 ມີສາຍການບິນຈຳນວນໜຶ່ງຄື: AirAsia, Flair Air ຂອງການາດາ, VietJet Air ເຊິ່ງສາຍການບິນໄດ້ເປີດຕົວຖ້ຽວບິນແບບນີ້ມາກ່ອນ ເຊິ່ງເປັນຄວາມຫວັງທີ່ຈະເພີ່ມຍອດຂາຍພາຍໃຕ້ຜົນກະທົບຂອງ COVID-19.

ແຫຼ່ງຂໍ້ມູນ: https://www.aerotime.aero/yaoju.yu/25241-china-eastern-airlines-follows-to-offer-unlimited-flight-passes

Comments