Tag Archives: Covid-19

New Normal ຊີວິດທີ່ປ່ຽນໄປ ທາງດ້ານການແພດ ແລະ ຄວາມສະອາດ

ໃນໄລຍະໂຄວິດ-19 ລະບາດ ຫຼາຍເດືອນມານີ້!!! ຫຼາຍໆຄົນອາດເຄີຍໄດ້ຍິນ ຄຳວ່າ  ’’ ເຊິ່ງຄວາມໝາຍຂອງມັນຖ້າແປແບບແຍກຄຳ “New” ທີ່ແປວ່າ “ໃຫມ່” ແລະ “Normal” ທີ່ແປວ່າ “ປົກກະຕິ” ເມື່ອລວມເຂົ້າກັນກໍຈະໄດ້ ຄວາມໝາຍວ່າ ຄວາມປົກກະຕິໃນຮູບແບບໃຫມ່ ຫຼືອະທິບາຍເຂົ້າໃຈງ່າຍໆກໍຄື ພຶດຕິກຳທີ່ເກີດຂຶ້ນໃຫມ່ ແລະ ກຳລັງຈະກາຍເປັນເລື່ອງປົກກະຕິໃນອະນາຄົດອັນໃກ້ໆ. ເຊິ່ງແນ່ນອນວ່າ ສິ່ງທີ່ເຮົາຈະກາຍເປັນຄວາມຊິນເຄີຍ ແລະ ຈະເຮັດເຮັດປົກກະຕິໃນຮູບແບບໃຫມ່ບໍ່ຕ້ອງແມ່ນຫຼີກລ້ຽງບໍ່ໄດ້ຄືເລື່ອງດ້ານການແພດ ຕ້ອງຄູ່ກັບການໃຊ້ຊີວິດປັດຈຸບັນກັບທຸກໆຄົນແນ່ນອນດັ່ງນີ້: 1. ປະຊາຊົນສ່ວນຫຼາຍຍັງໃສ່ຜ້າປິດປາກເປັນປົກກະຕິຫຼາຍກວ່າເກົ່າ      ສ່ວນໜຶ່ງມາຈາກຄວາມລື້ງເຄີຍດ້ານພຶດຕິກຳ ເຊີ່ງພຶດຕິກຳເຫຼົ່ານີ້ກໍໄດ້ສ້າງຄວາມໝັ້ນໃຈບໍ່ຫຼາຍກໍ່ນ້ອຍ ໃນຄວາມປອດໄພ ຮັກສາສຸຂະພາບ ອີກທັ້ງຍັງບໍ່ລໍາບາກທີ່ຈະເຮັດພຶດຕິກຳນີ້ (ໃສ່ຜ້າປິດປາກ) ອີກຕໍ່ໄປ. 2. ຜ້າປິດປາກຈະກາຍເປັນ “ ສິນຄ້າແຟຊັ່ນ “ ເນື່ອງຈາກຜ້າປິດປາກເປັນສິ່ງທີ່ທຸກຄົນຫັນມາໃຊ້ເປັນເລື່ອງປົກກະຕິ ເຮັດໃຫ້ມັນກາຍເປັນສິນຄ້າທີ່ນໍາມາໃສ່ ເພື່ອຄວາມສວຍງາມໄດ້ອີກທັງມີປະໂຫຍດທາງການແພດ ນັບວ່າເປັນການກ້າວໄປອີກຂັ້ນຂອງວົງການແຟຊັ່ນໂລກ. 3. ທຸກເຮືອນຈະມີຜະລິດຕະພັນທໍາຄວາມສະອາດທາງການແພດເປັນເລື່ອງປົກກະຕິ ເຈວລ້າງມື ແອລກໍຮໍ ຫຼື ແມ່ນແຕ່ຖົງມືສິ່ງເຫຼົ່ານີ້ຈະກາຍເປັນອຸປະກອນທົ່ວໄປທີ່ທຸກຄົວເຮືອນຕ້ອງມີ ຄືກັບຢາສາມັນປະຈໍາບ້ານ ແລະ ຍັງໄດ້ໃຊ້ກັບຊີວິດປະຈໍາວັນໃນເຮືອນເປັນເລື່ອງປົກກະຕິເຊັ່ນດຽວກັນ. 4. ອາການເຈັບປ່ວຍພຽງແບບເບົາບາງ ຈະບໍ່ເປັນເລື່ອງທຳມະດາອີກຕໍ່ໄປ ຫາກມີອາການເຈັບໄຂ້ໄດ້ປ່ວຍ ແບບເບົາບາງ ທີ່ຄິດວ່າສາມາດຮັກສາໄດ້ດ້ວຍຕົວເອງ, ກິນຢາພັກຜ່ອນຢູ່ບ້ານກໍສາມາດເຊົາດີເອງໄດ້ນັ້ນ ຈະບໍ່ເປັນແບບນັ້ນອີກຕໍ່ໄປ, ...

Read More »