ຊົມເຊີຍ!!! ກອງທັບປະຊາຊົນລາວໄດ້ອັນດັບ 2 ຈາກການແຂ່ງຂັນກອງຊ່າງແສງ ທີ່ປະເທດລັດເຊຍ

ພາກພູມໃຈ ແລະ ຂໍ່ານັບຊົມເຊີຍ “ກອງທັບປະຊາຊົນລາວ ໄດ້ອັນດັບ 2 ຈາກການແຂ່ງຂັນກອງຊ່າງແສງ ໃນງານ Army Games International 2019 ປະເທດລັດເຊຍ.”

ການແຂ່ງຂັນປະເພດກອງຊ່າງແສງ (ສ້ອມແປງ ແລະ ກຳລັງໜູນ), ໄດ້ຈັດຂຶ້ນເມື່ອວັນທີ 5 ສິງຫາ 2019, ທີ່ປະເທດລັດເຊຍ ອັນດັບ 1 ແມ່ນປະເທດເຈົ້າພາບລັດເຊຍ ໃຊ້ເວລາໄປ 16:34 ນາທີ, ອັນດັບ 2 ແມ່ນ ສປປລາວ ແລະ ອັນດັບ 3 ແມ່ນ ປະເທດອຸດສະເບກິດສະຖານ;

ການແຂ່ງຂັນໃນປະເພດນີ້ມີ 8 ປະເທດເຂົ້າຮ່ວມຄື: ລັດເຊຍ, ເວເນຊູເອລາ, ອຸດສະເບກິດສະຖານ, ລາວ, ມົງໂກລີ, ໂມຊຳບິກ, ກຳປູເຈຍ ແລະ ຊອກດານີ;

ນອກຈາກການແຂ່ງຂັນກອງຊ່າງແສງແລ້ວ, ກອງທັບປະຊາຊົນລາວຍັງສົ່ງອ້າຍນ້ອງທະຫານເຂົ້າແຂ່ງຂັນໃນປະເພດລົດຕັງ ແລະ ລົດ 6×6:

1. ງານດັ່ງກ່າວຈັດຂຶ້ນໃນລະຫວ່າງວັນທີ 03-17 ສິງຫາ 2019,
2. ມີ 37 ປະເທດເຂົ້າຮ່ວມ, 32 ປະເພດການແຂ່ງຂັນ ແລະ ມີເຈົ້າພາບຮ່ວມຈັດຂຶ້ນຢູ່ໃນ 10 ປະເທດ

ທີ່ມາ: Sourioudong Sundara

Comments