3 ແນວຄິດກ່ຽວກັບການປິດການເຂົ້າ-ອອກ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ

ຈາກການລະບາດຂອງພະຍາດໂຄວິດ-19 ທີ່ເກີດຂຶ້ນຢູ່ ສປປ ລາວ ມາຮອດປັດຈຸບັນນີ້ ເຮັດໃຫ້ລັດຖະບານຈັດ ຕັ້ງປະຕິບັດຫລາຍມາດຕະການ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດໃຫ້ໄດ້ໂດຍໄວ, ໃນນີ້ ລວມທັງການປິດປະເທດ, ປິດການເຂົ້າ-ອອກເມືອງ ແລະ ແຂວງ ທີ່ມີການລະບາດຂອງພະຍາດດັ່ງກ່າວ. ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃຫ້ຮູ້ໃນໂອກາດພົບປະສື່ມວນຊົນທົ່ວປະເທດຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໂດຍຜ່ານລະບົບທາງໄກ ໃນວັນທີ 6 ຕຸລາ 2021 ວ່າ: ຈາກການປິດການເຂົ້າ-ອອກປະເທດ, ເມືອງ ແລະ ແຂວງ ໃນໄລຍະຜ່ານມາ ເຮັດໃຫ້ເກີດມີ 3 ແນວຄິດສະເໜີໄປຍັງລັດຖະ ບານ ຄື:

1). ສະເໜີໃຫ້ປິດຂາດໂຕ: ກຸ່ມຄົນທີ່ສະເໜີໃນຮູບ ການນີ້ ແມ່ນຜູ້ທີ່ມີຖານະທາງການເງິນໃນຄອບຄົວດີ ເຖີງວ່າປິດການເຂົ້າ-ອອກເປັນເດືອນກໍ່ສາມາດຢູ່ໄດ້.

2). ຜູ້ທຸກຍາກທີ່ເຮືອນເຊົ່າເຂົ້າຊື້ ເຊີ່ງມີຄົນຈໍານວນຫລວງຫລາຍ ສະເໜີບໍ່ຢາກໃຫ້ປິດຂາດຕົວ ເພາະສ້າງຄວາມຫຍຸ້ງຍາກລໍາບາກຫລາຍໃນການທໍາມາຫາກິນປະຈໍາວັນ ເນື່ອງຈາກຫາເຊົ້າກິນຄໍ່າ.

3). ຜູ້ທີ່ບໍ່ເຫັນດີນໍາຄວາມຄິດທີ 1 ແຕ່ເຫັນໃຈຄວາມຄິດຂອງກຸ່ມຄົນປະເພດທີ 2 ແລະ ຂໍໃຫ້ລັດຖະບານປະຄັບປະຄອງຄືໄລຍະຜ່ານມາ ແລະ ສະເໜີອັນໃດຄວນເປີດກໍ່ເປີດ, ອັນໃດຄວນປິດກໍ່ປິດ, ແຕ່ເມື່ອເປີດແລ້ວມີບັນຫາກໍ່ຄວນປິດຄືນ.

ໃນຈໍານວນ 3 ແນວຄິດດັ່ງກ່າວ, ລັດຖະບານ ໄດ້ເລືອກໃຊ້ແນວຄິດປະເພດທີ 3 ເຊີ່ງພວມສືບຕໍ່ຈັດຕັ້ງປະ ຕິບັດຢູ່ໃນປັດຈຸບັນນີ້ ແລະ ພະຍາຍາມເຮັດແນວໃດໃຫ້ມີຄວາມສົມດຸນລະຫວ່າງ 3 ມາດຕະການ ຄື: ມາດຕະການທາງດ້ານການແພດ, ດ້ານບໍລິຫານ ແລະ ດ້ານເສດຖະກິດ ທີ່ຂາດດ້ານໃດໜຶ່ງບໍ່ໄດ້.

ທຸກຄໍາຄິດເຫັນຂອງປະຊາຊົນ ລັດ ຖະບານໄດ້ນໍາໄປຄົ້ນຄິດພິຈາລະນາຢ່າງຖີ່ຖ້ວນ ແລະ ພະຍາຍາມດັດສົມນະໂຍບາຍເປັນແຕ່ລະໄລຍະຕາມສະ ພາບເງືາອນໄຂຕົວຈິງຂອງສັງຄົມ ເຊີ່ງຫລ້າສຸດແມ່ນແຈ້ງ ການເລກທີ 1260/ຫສນຍ, ລົງວັນທີ 31 ກັນຍາ 2021 ທີ່ໄດ້ກໍານົດມາດຕະການສືບຕໍ່ຈັດຕັ້ງປະຕິບັດ ແລະ ມາດຕະການຜ່ອນຜັນທີ່ຜ່ານການພິຈາລະນາຖີ່ຖ້ວນ, ສອດຄ່ອງກັບສະພາບ ແລະ ຈຸດພິເສດຂອງປະເທດເຮົາ, ລວມເຖີງໄດ້ຖອດຖອນບົດຮຽນຂອງຕ່າງປະເທດ, ເພື່ອນມິດສາກົນ ແລະ ຮັບຟັງຄຳເຫັນທີ່ສ້າງສັນຂອງປະຊາຊົນ. ແນວໃດກໍ່ຕາມ ເພື່ອເຮັດໃຫ້ທຸກມາດຕະການທີ່ລັດ ຖະບານວາງອອກໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດ ທິຜົນ, ນາຍົກລັດຖະມົນຕີ ກ່າວຢໍ້າວ່າ: ສໍາຄັນທີ່ສຸດປະຊາ ຊົນທຸກຊັ້ນຄົນໃນສັງຄົມຕ້ອງເຂົ້າຮ່ວມ ເພາະຖ້າປະຊາຊົນ ກໍ່ຄືທຸກຄົນໃນສັງຄົມບໍ່ເຂົ້າຮ່ວມ, ບໍ່ໃຫ້ການຮ່ວມມືຈັດຕັ້ງປະຕິບັດບັັນດາມາດຕະການທີ່ລັດຖະບານວາງອອກຈະບໍ່ໄດ້ຮັບຜົນສໍາເລັດ. ດັ່ງນັ້ນ ຂໍໃຫ້ປະຊາຊົນເຂົ້າ ຮ່ວມ, ມີຄໍາເຫັນທີ່ສ້າງສັນ ແລະ ສະເໜີວິທີທາງອອກໃຫ້ລັດຖະບານ ເພື່ອພິຈາລະນາໃນການວາງນະໂຍບາຍໃຫ້ແທດເໝາະ ແລະ ມີປະສິດທິຜົນ. ອັນສຳຄັນ ຕ້ອງໃຊ້ເຫດ ຜົນໃນການຕໍານິສົ່ງຂ່າວ, ບໍ່ໃຊ້ອາລົມ, ສະເໜີທາງອອກຢ່າງສ້າງສັນ, ສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພາະປະຊາຊົນຄືຂອດຕັດສິນສໍາຄັນທີ່ສຸດ.

ຂ່າວ: ບຸນຕຽງ ຈັນທະວົງ

Comments