ໃນວັນທີ 17 ສິງຫານີ້ ທີ່ຫໍວັດທະນະທຳແຫ່ງຊາດ ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ (15 ສິງຫາ 1991-15 ສິງຫາ 2021) ແລະ ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 39 ປີ (15 ສິງຫາ 1982 – 15 ສິງຫາ 2021), ພາຍໃຕ້ການເປັນປະທານຂອງທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີພະນັກງານຂອງ ສປສສ, ສານທະຫານ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີດັ່ງກ່າວ ທ່ານ ນາງ ວຽງທອງ ສີພັນດອນ ໄດ້ມີຄຳເຫັນໂດຍຫຍໍ້ກ່ຽວກັບຄວາມເປັນມາຂອງວັນດັ່ງກ່າວວ່າ: ຕະຫຼອດໄລຍະ 30 ປີ ຂອງການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ການເຄື່ອນໄຫວວຽກງານຂອງປະຊາຊົນຕະຫຼອດ 39 ປີ, ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ແລະ ດ້ວຍຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ຜ່ານຜ່າທຸກຂໍ້ຫຍຸ້ງຍາກນາໆປະການ ແລະ ດ້ວຍຄວາມຮັບຜິດຊອບສູງຂອງຄະນະພັກ-ຄະນະນຳສານປະຊາຊົນແຕ່ລະຮຸ່ນ, ແຕ່ລະໄລຍະນັບແຕ່ສານສູງສຸດຮອດສານທ້ອງຖິ່ນທຸກຂັ້ນ ໄດ້ປະກອບສ່ວນສຳຄັນໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ, ປົກປັກຮັກສາຜົນປະໂຫຍດຂອງລັດ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມຍຸຕິທຳຢູ່ໃນສັງຄົມ ໂດຍໄດ້ເຄື່ອນໄຫວຢ່າງຕັ້ງໜ້າ ເພື່ອເຮັດສຳເລັດໜ້າທີ່ຕາມທີ່ລັດຖະທຳມະນູນ ແລະ ກົດໝາຍກຳນົດໄວ້ ຊຶ່ງໄດ້ຮັບຄວາມໄວ້ວາງໃຈຈາກພັກ-ລັດ, ມີຄວາມເຊື່ອຖືສັດທາຈາກປະຊາຊົນ ເຮັດໃຫ້ການຈັດຕັ້ງຂອງສານປະຊາຊົນ ແຫ່ງ ສປປ ລາວ ມີການປ່ຽນແປງ, ເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາສືບຕໍ່ເນື່ອງມາຢ່າງບໍ່ຢຸດຢັ້ງ ບໍ່ວ່າທາງດ້ານການຈັດຕັ້ງ ແລະ ບຸກຄະລາກອນ ໄດ້ສົມຄູ່ກັບການຂະ ຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງປະເທດໃນແຕ່ລະໄລຍະ.

ສັງລວມແລ້ວ ຜ່ານພຶດຕິກຳອັນມີຊີວິດຊີວາ ພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ ສານປະຊາຊົນຍັງຮັກສາໄດ້ທາດແທ້ມູນເຊື້ອ, ກາຍເປັນກຳລັງທີ່ຈົງຮັກພັກດີຂອງພັກ, ເປັນທີ່ເພິ່ງທີ່ໄວ້ເນື້ອເຊື່ອໃຈ, ເຫຼື້ອມໃສສັດທາຂອງປະຊາຊົນ, ເປັນຜູ້ຮັກສາຄວາມຍຸຕິທຳ ແລະ ສິນທຳຂອງສັງຄົມ. ດ້ວຍມູນເຊື້ອ, ທາດແທ້, ຜົນງານທີ່ໂດດເດັ່ນດັ່ງກ່າວມານັ້ນ ໃນໂອກາດວັນສ້າງຕັ້ງສານປະຊາຊົນຜ່ານມາ, ພັກ-ລັດ ໄດ້ຕົກລົງຍ້ອງຍໍຫຼຽນໄຊອິດສະຫຼະ ຊັ້ນ I ແລະ ຫຼຽນກາ 35 ປີໃຫ້ສານປະຊາຊົນ, ຕົກລົງຍ້ອງຍໍປະເພດຕ່າງໆ ໃຫ້ຄະນະພັກ-ຄະນະນຳ, ພະນັກງານຂອງສານປະຊາຊົນແຕ່ລະຂັ້ນຢ່າງສົມກຽດ. ຜົນສຳເລັດທັງໝົດທີ່ຍາດມາໄດ້ນັ້ນ ແມ່ນຍ້ອນການຊີ້ນຳ-ນຳພາ ຢ່າງໃກ້ຊິດຂອງກົມການເມືອງ, ຄະນະເລຂາທິການສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ, ແນວລາວສ້າງຊາດ, ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ສະພາປະຊາຊົນແຂວງ ແລະ ອົງການຈັດຕັ້ງມະຫາຊົນທຸກຂັ້ນທີ່ໄດ້ໃຫ້ການຊີ້ນຳ, ອຳນວຍຄວາມສະດວກ ແລະ ສ້າງເງື່ອນໄຂໃນ ທຸກດ້ານໃຫ້ແກ່ການເຄື່ອນໄຫວວຽກງານຂອງສານປະຊາຊົນ; ຍ້ອນໄດ້ຮັບຄວາມຮ່ວມມື, ອຸ້ມຊູຊ່ວຍເຫຼືອຈາກປະຊາຊົນບັນດາເຜົ່າ ແລະ ໄດ້ຮັບການຮ່ວມມືປະສານສົມທົບຢ່າງກົມກຽວຈາກການ ຈັດຕັ້ງທຸກພາກສ່ວນທີ່ກ່ຽວຂ້ອງກັບການບໍລິຫານສານ, ບໍລິຫານຄະດີ ແລະ ບັນດາປະເທດ ເພື່ອນມິດຍຸດທະສາດ ກໍຄືອົງການຈັດຕັ້ງສາກົນຕ່າງໆ. ພິເສດ ກໍແມ່ນຍ້ອນຄະນະນຳ, ພະນັກງານ ຂອງສານປະຊາຊົນທຸກຄົນ ທີ່ໄດ້ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມຕັດສິນໃຈສູງ ຜ່ານຜ່າທຸກຂໍ້ຫຍຸ້ງຍາກນາໆປະການ, ປະກອບສ່ວນຢ່າງຕັ້ງໜ້າ, ຫ້າວຫັນປະຕິບັດໜ້າທີ່ວຽກງານທີ່ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້. ເພື່ອສືບທອດທາດແທ້, ມູນເຊື້ອອັນດີງາມ, ຜົນງານອັນໂດດເດັ່ນຂອງສານປະຊາຊົນ ແລະ ເພື່ອຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ທີ່ນັບມື້ນັບສູງຂຶ້ນ. ສານປະຊາຊົນ ຈະຕັ້ງໜ້າຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍຈະສຸມໃສ່:
1. ບໍາລຸງສ້າງພະນັກງານ, ຜູ້ພິພາກສາຂອງສານໃຫ້ມີຄວາມໜັກແໜ້ນ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຈັນຍາບັນ-ຈັນຍາທໍາຕໍ່ໜ້າ, ຕັ້ງຕໍ່ບໍລິສຸດຮັບໃຊ້ປະຊາຊົນເວົ້າລວມ, ເວົ້າສະເພາະໃຫ້ບັນດາຄະນະສານ, ບັນດາກົມຂອງສານປະຊາຊົນສູງສຸດ, ສານປະຊາຊົນພາກ, ສານປະຊາຊົນນະຄອນຫຼວງວຽງຈັນ, ສານປະຊາຊົນ 4 ເຂດ ໃນນະຄອນຫຼວງວຽງຈັນ ແລະ ສານທະຫານ ເພີ່ມທະວີການໂຄສະນາສຶກສາອົບຮົມນຳພາ-ຊີ້ນຳການເມືອງແນວຄິດ ດ້ວຍຫຼາຍຮູບ, ຫຼາຍວິທີ ເພື່ອສ້າງໃຫ້ພະນັກງານຂອງສານປະຊາຊົນ ໄດ້ຮັບຮູ້ເຂົ້າໃຈທີ່ຖືກຕ້ອງຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ມີມານະຈິດປະຕິວັດ, ຮັບໃຊ້ປະຊາຊົນ, ມີສະຕິເຄົາລົບລັດຖະທຳມະນູນ ແລະ ກົດໝາຍຢ່າງເຂັ້ມງວດ. 2. ໃຫ້ຄະນະຮັບຜິດຊອບຕິດຕາມກວດກາການປະຕິບັດໜ້າທີ່ຂອງຜູ້ພິພາກສາ ຂອງສານປະຊາຊົນສູງສຸດ, ສານປະຊາຊົນພາກ, ສານປະຊາຊົນນະຄອນຫຼວງວຽງຈັນ, ສານປະຊາຊົນ 4 ເຂດ ໃນນະຄອນຫຼວງວຽງຈັນ ເອົາໃຈໃສ່ຊຸກຍູ້, ຕິດຕາມການປະບັດໜ້າທີ່ຂອງຜູ້ພິພາກສາ, ສານບ່ອນໃດທີ່ຍັງບໍ່ທັນໄດ້ມີການແຕ່ງຕັ້ງຄະນະກຳມະການຕິດຕາມກວດກາການປະຕິບັດໜ້າທີ່ຂອງຜູ້ພິພາກສາ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 42, 43 ແລະ 44 ຂອງກົດໝາຍວ່າດ້ວຍຜູ້ພິພາກສາ ກໍໃຫ້ຮິບຮ້ອນສະເໜີການແຕ່ງຕັ້ງ ໄປຄຽງຄູ່ກັບການແຕ່ງຕັ້ງຄະນະຮັບຜິດຊອບປະເມີນຜູ້ພິພາກສາດີເກັ່ງປະຈໍາປີ ໃຫ້ມີຄຸນນະພາບ ແລະ ປະສິດທິພາບສູງ ເພື່ອແກ້ໄຂບັນຫາຫາງສຽງຈົ່ມວ່າຂອງສັງຄົມ ທີ່ມີຕໍ່ການປະຕິບັດໜ້າທີ່ຂອງຜູ້ພິພາກສາ.
3. ໃຫ້ເອົາໃຈໃສ່ຍົກສູງປະສິດທິພາບໃນການຄົ້ນຄວ້າພິຈາລະນາຕັດສິນຄະດີ, ການພິພາກສາຄະດີ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ດ້ວຍຄວາມຮັບຜິຊອບສູງ ແລະ ປະຕິບັດຕາມຂັ້ນຕອນຂອງກົດ ໝາຍກຳນົດຢ່າງເຂັ້ມງວດ.
4. ຫ້ອງການ, ສະຖາບັນ, ບັນດາກົມ, ຄະນະສານຂອງສານປະຊາຊົນສູງສຸດ ແລະ ສານປະຊາຊົນທ້ອງຖິ່ນແຕ່ລະຂັ້ນຕ້ອງເປັນເຈົ້າການນໍາເອົາແຜນການເຄື່ອນໄຫວວຽກງານ 5 ປີ ຂອງສານທີ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຮອງ ແລະ ແຜນພັດທະນາລະບົບສານປະຊາຊົນ 5 ປີ ຄັ້ງທີ IV (2021-2025) ໄປເຜີຍແຜ່, ຄົ້ນຄວ້າ, ເຊື່ອມຊຶມໃຫ້ແກ່ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ພ້ອມທັງຈັດຕັ້ງຜັນຂະຫຍາຍເປັນແຜນງານ, ໂຄງການ ແລະ ກິດຈະກໍາ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງກົມກອງທ້ອງຖິ່ນຕົນເປັນແຕ່ລະໄລຍະ.
5. ປັບປຸງກົນໄກປະສານສົມທົບແຕ່ລະພາກສ່ວນໃຫ້ກົມກຽວກັນ ແຕ່ສູນກາງຮອດທ້ອງຖິ່ນ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕາມສິດ ແລະ ໜ້າທີ່ຂອງຕົນ ໃນການດໍາເນີນຄະດີຕາມຂະບວນຍຸຕິທໍາ ທັງນີ້ກໍເພື່ອຮັບປະກັນໃຫ້ແກ່ການສືບສວນ-ສອບສວນ, ການສັ່ງຟ້ອງ, ການຕັດສິນ, ການປະຕິບັດຄໍາຕັດສິນຂອງສານ ແລະ ການພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ກົດໝາຍກໍານົດ. ພ້ອມທັງປັບປຸງຄືນແບບແຜນວິທີເຮັດວຽກການບໍລິການ, ບໍລິຫານຄະດີ ລະຫວ່າງອົງການທີ່ກ່ຽວຂ້ອງກັບການດໍາເນີນຄະດີ ຕາມຂະບວນຍຸຕິທໍາ ໃຫ້ສອດຄ່ອງກົມກຽວ ເຂັ້ມງວດກວ່າເກົ່າໃນການເຄົາລົບນັບຖື ພາລະບົດບາດ, ສິດ, ໜ້າທີ່ຂອງກັນ ແລະ ກັນ ຕາມທີ່ລັດຖະທໍາມະນູນ ແລະ ກົດໝາຍກໍານົດໄວ້.