ໃນໂອກາດໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທົ່ວປະເທດຄັ້ງທີVIII ຈັດຂຶ້ນໃນວັນທີ 24-25 ທັນວາ 2020 ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເນັ້ນໜັກບາງບັນຫາ ດັ່ງນີ້:1. ຄະນະຊາວໜຸ່ມທຸກຂັ້ນແຕ່ສູນກາງຮອດທ້ອງຖິ່ນ, ຮາກຖານ ກ່ອນອື່ນໝົດຕ້ອງເອົາໃຈໃສ່ສຸດຂີດໃນການປົກປັກຮັກສາໝາກຜົນຂອງການປະຕິວັດ, ສືບທອດມູນເຊື້ອອັນດີງາມຂອງຊາດ ແລະ ຂອງຊາວໜຸ່ມ, ເສີມຂະຫຍາຍຜົນງານ ແລະ ທ່າແຮງບົ່ມຊ້ອນຂອງຕົນ ເພື່ອເຮັດສຳເລັດໜ້າທີ່ການເມືອງຂອງພັກ ແລະ ປະຊາຊົນມອບໃຫ້; ປະກອບສວ່ນຢ່າງກົມກຽວເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວຂື້ນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.2. ຕັ້ງໜ້າສຶກສາອົບຮົມພະນັກງານຊາວໜຸ່ມ, ສະມາຊິກຊາວໜຸ່ມ ກໍ່ຄືຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນ, ຮູ້ປົກປັກຮັກສາ ແລະ ເສີມຂະ ຫຍາຍມູນເຊື້ອອັນດີງາມຂອງຕົນ.

3. ເປັນເຈົ້າການໃນການເຕົ້າໂຮມຄວາມສາມັກຄີ, ປຸກລະດົມຊາວໜຸ່ມ, ເຍົາວະຊົນແລະ ອະນຸຊົນລາວບັນດາເຜົ່າ ໃຫ້ມີແບບແຜນການດຳລົງຊີວິດທີ່ດີ, ດຸໝັ່ນໃນການສຶກສາຮ່ຳຮຽນ, ຍົກລະດັບຄວາມຮູ້, ຄວາມສາມາດຂອງຕົນໃຫ້ສູງຂື້ນໄປເລື້ອຍໆ ເພື່ອໃຫ້ກາຍເປັນຜູ້ຊຳນານງານ ແລະ ກາຍເປັນຜູ້ສືບທອດທີ່ດີີຂອງຊາດ.4. ຄະນະພັກ, ອົງການປົກຄອງ, ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນທຸກຂັ້ນ ຕ້ອງສືບຕໍ່ເພີ່ມທະວີໃນການສຶກສາອົບຮົມ, ບຳລຸງສ້າງ ແລະ ສ້າງເງື່ອນໄຂ ເອື້ອອຳນວຍໃນການເຄື່ອນໄຫວພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງ ຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ. ຖືເອົາການປັບປຸງອົງການຈັດຕັ້ງຊາວໜຸ່ມຢູ່ຂັ້ນຂອງຕົນໃຫ້ເຂັ້ມແຂງເປັນວຽກງານພື້ນຖານ ແລະ ເປັນຄວາມຮັບຜິດຊອບການ ເມືອງ ທີ່ຕ້ອງໄດ້ນຳພາຊີ້ນຳໂດຍກົງ ເປັນທັງສ່ວນປະກອບທີ່ສຳຄັນໃນການປັບປຸງພາຍໃນຖັນແຖວຂອງພັກ ໃຫ້ມີຄວາມປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ.

5. ຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຕ່ລະຂັ້ນ ຕ້ອງເອົາໃຈໃສ່ປັບປຸງການຈັດຕັ້ງຂອງຕົນໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ, ຂະຫຍາຍສະມາຊິກໃຫ້ກ້ວາງຂວາງ ເປັນຕົ້ນ: ນັກຮຽນ, ນັກສຶກສາ, ຜູ້ທີ່ປະກອບອາຊີບໃນຂົງເຂດການຜະລິດ, ໂຮງຈັກ-ໂຮງງານ, ຫົວໜ່ວຍທຸລະກິດຢູ່ຕົວເມືອງ ແລະ ຊົນນະບົດ ເພື່ອເຕົ້າໂຮມກຳລັງແຮງສັງລວມເຂົ້າໃນການປະຕິບັດ 2 ໜ້າທີ່ຍຸດທະສາດຂອງພັກ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ການປະຕິບັດແຜນພັດທະນາຊາວໜຸ່ມ-ເຍົາວະຊົນ 5 ປີ ຄັ້ງທີ II (2021-2025) ເຮັດໃຫ້ການພັດທະນາວຽກງານຊາວໜຸ່ມ-ເຍົາວະຊົນ ກາຍເປັນໜ້າທີ່ບຸລິມະສິດລວມ ແລະ ຄວາມຮັບຜິດຊອບຂອງທົ່ວພັກ, ທົ່ວລັດ ແລະ ທົ່ວສັງຄົມລາວທັງຊາດ.6. ຍົກສູງຄວາມຮູ້ຄວາມສາມາດ, ຫົວຄິດປະດິດສ້າງທາງດ້ານວິທະຍາສາດ-ເຕັກໂນໂລຊີ, ICT, ປົກປ້ອງສິດຜົນປະໂຫຍດອັນຊອບທຳ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຂອງຊາວໜຸ່ມ-ເຍົາວະຊົນ. ສຸມໃສ່ສ້າງພື້ນຖານໂຄງລ່າງ, ວັດຖຸເຕັກນິກ, ຖານຂໍ້ມູນ, ສະໜອງຂ່າວສານ, ສົ່ງເສີມວິຊາຊີບ, ຊຸກຍູ້ຫົວໜ່ວຍທຸລະກິດຂອງຊາວໜຸ່ມແລະການເຄື່ອນໄຫວສັງຄົມໃນຖັນແຖວຊາວໜຸ່ມ-ເຍົາວະຊົນໃຫ້ແຂງແຮງແລະຕໍ່ເນື່ອງ

7. ອອກແຮງແຂ່ງຂັນສ້າງຂະບວນການຂອງຊາວໜຸ່ມ-ເຍົາວະຊົນ ໃຫ້ມີຄວາມຟົດຟື້ນ, ຫ້າວຫັນ, ມີເນື້ອໃນຕິດພັນກັບການສຶກສາອົບຮົມ ໂດຍການສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ-ພັດທະນາ, ວຽກງານ 3 ສ້າງຂອງພັກ, ດ້ວຍຂະບວນການແຂ່ງຂັນ 4 ບຸກຂອງຊາວໜຸ່ມ ແລະ 3 ດີ 4 ຮູ້ຂອງເຍົາວະຊົນ ທັນວາ ຕິດພັນກັບຄຳຂວັນທີ່ວ່າ “ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມມີໜ້າ ເມື່ອໃດຊາດຕ້ອງການຊາວໜຸ່ມຂານອາສາ” ພ້ອມທັງມີຮູບການທີ່ປະດິດສ້າງ ສາມາດດຶງດູດເອົາຊາວໜຸ່ມ-ເຍົາວະຊົນ ລາວບັນດາເຜົ່າເຂົ້າຮ່ວມຢ່າງກ້ວາງຂວາງ ແນໃສ່ຝຶກຝົນຫຼໍ່ຫຼອມໃນຂະບວນການຕົວຈິງ ກາຍເປັນກຳລັງແຮງພື້ນຖານທີ່ມີຄຸນນະພາບຂອງການພັດທະນາປະເທດຊາດ ແລະ ເປັນຜູ້ສືບທອດພາລະກິດປະຕິວັດ ໃນສະເພາະໜ້າ ແລະ ຍາວນານ.

8. ໃນຍຸກແຫ່ງຂໍ້ມູນຂ່າວສານ, ຍຸກແຫ່ງການເຊື່ອມໂຍງທີ່ມີທັງສິ່ງທີ່ເປັນກາລະໂອກາດ ແລະ ມີສິ່ງທ້າທາຍຫຼາຍປະການ, ສະນັ້ນ ຊາວໜຸ່ມໃນຍຸກສະໄໝໃໝ່ນີ້ ຕ້ອງປູກຈິດສຳນຶກໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງໃນການບໍລິໂພດຂໍ້ມູນຂ່າວສານ ດ້ວຍຮູບການທີ່ຮັບປະກັນຄວາມສະດວກວ່ອງໄວ ແລະ ຊັດເຈນ ພ້ອມທັງສົມທົບກັບພາກສ່ວນທີ່ກ່ຽວຂ້ອງປະຕິບັດລະບອບຄຸ້ມຄອງການຊົມໃຊ້ຂໍ້ມູນໃຫ້ຖືກຕ້ອງຕາມລະບຽບກົດໝາຍ.9. ເພີ່ມທະວີການພົວພັນຮ່ວມມືກັບຊາວໜຸ່ມບັນດາປະເທດເພື່ອນມິດຍຸດທະສາດ, ບັນດາປະເທດໃນພາກພື້ນ ແລະ ສາກົນ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທີ່ບໍ່ຂື້ນກັບລັດຖະບານ ເພື່ອຍາດແຍ່ງເອົາການສະໜັບສະໜູນ ແລະ ການຊ່ວຍເຫຼືອ ເປັນຕົ້ນ : ບົດຮຽນ, ເຕັກນິກ-ວິທະຍາສາດ, ທຶນຮອນ, ວັດຖຸ-ອຸປະກອນ ເພື່ອມາພັດທະນາປະ ເທດຊາດ ກໍ່ຄືຊາວໜຸ່ມ-ເຍົາວະຊົນລາວໃຫ້ເຂັ້ມແຂງໄປສູ່ຄຸນະພາບໃໝ່.
ແຫຼ່ງຂໍ້ມູນ: ວສລ