ບົດຄວາມ Catching Up and Falling Behind ຂອງ world bank ສະແດງໃຫ້ເຫັນວ່າ:
ສປປ ລາວ ຖືວ່າມີຄວາມຄືບໜ້າໃນພາລະກິດຫຼຸດຜ່ອນຄວາມທຸກຍາກ ໃນ 25 ປີຜ່ານມາ, ແຕ່ສິ່ງທີ່ໄດ້ມາພ້ອມດຽວກັບພາລະກິດຕ້ານຄວາມທຸກຍາກ ແມ່ນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ຕໍ່ເສດຖະກິດຂອງລາວ.

ອັດຕາຄວາມທຸກຍາກແມ່ນຫຼຸດລົງກວ່າເຄິ່ງໜຶ່ງໃນລະຫວ່າງປີ 1993 ແລະ 2019, ຫຼຸດລົງຈາກ 46% ເປັນ 18% ສະທ້ອນໃຫ້ເຫັນການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ (GDP) ປະຈໍາປີໂດຍສະເລ່ຍແມ່ນ 7.3 % ໃນໄລຍະດຽວກັນ.
ການແຜ່ລະບາດຂອງ ໂຄວິດ-19 ຄາດວ່າຈະເຮັດໃຫ້ເກີດຜົນກະທົບຕໍ່ການຫຼຸດຜ່ອນຄວາມທຸກຍາກໃນລະຫວ່າງປີ 2013–19 ເຮັດໃຫ້ຂະແໜງການທີ່ບໍ່ແມ່ນກະສິກຳມີການເຕີບໂຕຊ້າລົງ, ບວກກັບການຫຼຸດລົງຂອງກະແສເງິນທີ່ສົ່ງມາຈາກຕ່າງປະເທດ ກໍຄາດວ່າຈະໄດ້ັຮັບຜົນກະທົບໃນທາງລົບຕໍ່ກັບບັນຫາຄວາມທຸກຍາກເຊັ່ນດຽວກັນ.

ລາຍຮັບທີ່ເພີ່ມຂຶ້ນຈາກຂະແໜງກະສິກຳ ໄດ້ກາຍເປັນປັດໄຈຂັບເຄື່ອນໃຫ້ແກ່ການຫຼຸດຜ່ອນຄວາມທຸກຍາກ ຊຶ່ງນັບແຕ່ປີ 2013, ຄົວເຮືອນທີ່ມີອາຊີບກະສິກຳ ໄດ້ປ່ຽນຈາກການປູກເຂົ້າ ເພື່ອກຸ້ມຢູ່ກຸ້ມກິນ ໄປສູ່ການຜະລິດກາຍເປັນສິນຄ້າ ແລະ ຂະແໜງອຸດສາຫະກຳໄດ້ສ້າງວຽກເຮັດງານທຳໄດ້ໃນລະດັບໜຶ່ງ, ໃນຂະນະທີ່ຂະແໜງການບໍລິການ ແມ່ນຂະຫຍາຍຕົວຢ່າງຊ້າໆ.
ການສົ່ງເງິນມາຈາກແຮງງານຢູ່ຕ່າງປະເທດ ໄດ້ມີສ່ວນຟື້ນຟູບັນຫາການສູນເສຍລາຍຮັບຈາກອາຊີບທີ່ບໍ່ແມ່ນກະສິກຳ ໃນລະຫວ່າງປີ 2013 ແລະ 2019, ເງິນທີ່ໄດ້ຈາກແຮງງານຢູ່ຕ່າງປະເທດໄດ້ກາຍເປັນແຫຼ່ງລາຍຮັບສຳຄັນ ປະມານ 15% ຂອງລາຍຮັບໃນຄົວເຮືອນ, ທຽບໃສ່ອັດຕາຫຼຸດຜ່ອນຄວາມທຸກຍາກແມ່ນປະມານ 3.7%.

ໃນປີ 2020 ການສົ່ງເງິນມາຈາກຕ່າງປະເທດ ມີແນວໂນ້ມວ່າຈະຫຼຸດລົງຢ່າງໄວວາ ຢູ່ປະມານ 70% ຂອງເງິນທີ່ສົ່ງມາລາວແມ່ນມາຈາກແຮງງານທີ່ຢູ່ຕ່າງປະເທດ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງມັນເປັນສິ່ງທ້າທາຍສຳລັບຜູ້ທີ່ອາໄສເງິນດັ່ງກ່າວ ເພື່ອການຢູ່ລອດ ແລະ ໄດ້ສົ່ງຜົນໃຫ້ເກີດການຂາດອາຊີບສຳລັບກຸ່ມແຮງງານ ແລະ ຫຼາຍຄົນແມ່ນໄດ້ກັບເມືອບ້ານເກີດ.
ການຂາດວຽກເຮັດງານທຳ ບວກກັບການເຕີບໂຕຢ່າງໄວວາຂອງເສດຖະກິດ ພັດບໍ່ສາມາດເຮັດໃຫ້ຫຼຸດຜ່ອນອັດຕາຄວາມທຸກຍາກລົງໄດ້ໃນລະດັບສູງເທົ່າທີ່ຄວນ. ນັບແຕ່ປີ 2013 ຫາ 2019, ການທີ່ເປີເຊັນຂອງ GDP ເພີ່ມຂຶ້ນ 1% ໄດ້ພາໃຫ້ອັດຕາຄວາມທຸກຍາກຫຼຸດລົງໄດ້ພຽງແຕ່ 0.67%.
ແຫຼ່ງຂໍ້ມູນ: world bank lao