Sport

KOREAN SPORT & KSTA ໄດ້ສົ່ງມອບເຄື່ອງສະຫນັບສະຫນູນໃຫ້ສະຫະພັນຊ໋ອຟເທັນນິດ ແຫ່ງຊາດລາວ

ມື້ນີ້ເປັນມື້ແຫ່ງຄວາມສຸກຂອງ ສະຫະພັນຊ໋ອຟເທັນນິດ ແຫ່ງຊາດລາວຄືໃນທຸກໆປີທີ່ຜ່ານມາ ທາງ KOREAN SPORT and KSTA ໄດ້ສົ່ງມອບເຄື່ອງມາສະຫນັບສະຫນູນເພື່ອການຝຶກແອບນັກກິລາລາວເຮົາ ການສະໜັບສະໜູນໃຫ້ນັກກິລາລາວແມ່ນໄດ້ເລີ່ມ ຕັ້ງແຕ່ປີ 2007 ຈົນມາຮອດ ປະຈຸບັນ. ນອກຈາກອຸປະກອນກິລາແລ້ວ ທາງເພິ່ນຍັງໄດ້ສົ່ງ ຄູຝຶກ coach CHOI ມາຝຶກໃຫ້ກັບນັກກິລາລາວໃນ ທຸກໆ ປີອີກດ້ວຍ ແລະ ປີນີ້ກໍເຊັ່ນດຽວກັນ.ໃນວັນທີ 4 ພະຈິກ ມື້ນີ້ ໄດ້ມີການມອບອຸປະກອນກິລາຫລາຍຢ່າງໃຫ້ແກ່ ສະຫະພັນຊ໋ອຟເທັນນິດ ແຫ່ງຊາດລາວ. ເຄື່ອງດັ່ງກ່າວແມ່ນໄດ້ມອບໂດຍ ສະຫະພັນຊ໋ອຟ ເທັນນິດ ຈາກປະເທດ ສ. ເກົາຫລີ,​ ໂດຍມີຜູ້ຕ່າງຫນ້າສະຫະພັນ ກໍຄື ຕາງໜ້າ ປະເທດ ສ.ເກົາຫລີ ໂດຍທ່ານ MR. CHONG RYUL CHOI ແລະ ຜູ້ຮັບອຸປະກອນກິລາແມ່ນ ທ່ານ ໄຊຍະເດດ ວົງໄຊ ປະທານສະຫະພັນ ຊ໋ອຟເທັນນິດແຫ່ງຊາດລາວ. #TargetMagazine KOREAN SPORT & KSTA ໄດ້ສົ່ງມອບເຄື່ອງສະຫນັບສະຫນູນໃຫ້ສະຫະພັນຊ໋ອຟເທັນນິດ ແຫ່ງຊາດລາວ

Read More »

Covid-19 ໃນຈີນ​ເຮັດ​ໃຫ້​ການ​ແລ່ນ​ມາ​ຣາ​ທອນ​ປັກ​ກິ່ງຕ້ອງ​ເລື່ອນ​ເວ​ລາ

ການ​ລະ​ບາດ​ຂອງ​ Covid-19 ໃນຈີນ​ເຮັດ​ໃຫ້​ການ​ແລ່ນ​ມາ​ຣາ​ທອນ​ປັກ​ກິ່ງຕ້ອງ​ເລື່ອນ​ເວ​ລາຕາມແຜນແລ້ວ ຄາດການວ່າຈະມີນັກແລ່ນປະມານ 30,000 ຄົນເຂົ້າຮ່ວມໃນວັນທີ 31 ຕຸລານີ້ການແລ່ນມາຣາທອນປັກກິ່ງໃນທ້າຍອາທິດນີ້ໄດ້ຖືກເລື່ອນອອກໄປຈົນກ່ວາມີແຈ້ງການເພີ່ມເຕີມ, ຜູ້ຈັດງານກ່າວວ່າ “ເພື່ອປ້ອງກັນຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດດັ່ງກ່າວ (ແລະ) ປົກປ້ອງສຸຂະພາບ ແລະຄວາມປອດໄພຂອງນັກແລ່ນ, ພະນັກງານ ແລະ ປະຊາຊົນສ່ວນໃຫຍ່.” ໃນຂະນະທີ່ຈີນພະຍາຍາມສະກັດກັ້ນການລະບາດຂອງ Covid ແລະ ກັບຄືນສູ່ສະຖານະການປອດຈາກໂຄວິດ ກ່ອນການແຂ່ງຂັນກິລາໂອລິມປິກລະດູໜາວທີ່ຈະມາຮອດແລະ ເຫລືອເວລາອີກ 100 ກວ່າມື້ ເກມການແຂ່ງຂັນຂອງປະເທດກໍຈະໄດ້ເລີ່ມຕົ້ນແລ້ວ. ແຕ່ຍ້ອນສະຖານະການຂອງການຕິດເຊື້ອພາຍໃນປະເທດໃຫມ່ທີ່ມີຈຳນວນ 39 ກໍລະນີ ໃນວັນຈັນທີ່ຜ່ານມາ, ໂດຍການລະບາດດັ່ງກ່າວແມ່ນການແຜ່ລາມໂດຍກຸ່ມນັກທ່ອງທ່ຽວ ແລະ ການທີ່ບໍ່ສາມາດຄວບຄຸມການແຜ່ລະບາດ ຂອງປະເທດໄດ້ ເຮັດໃຫ້ໂອກາດໃນການຈັດງານໃຫຍ່ຂອງປະເທດອາດຈະຕ້ອງໄດ້ເລື່ອນອອກໄປເຊັ່ນກັນ. Participants run past the Tiananmen gate during the Beijing International Marathon in Beijing, China, September 20, 2015. (Photo by Kim Kyung-Hoon/Reuters) #TargetMagazine

Read More »

ທີພລັດ (TPLUS) ແລະ ໂບຣັດຊີອາ ດ໋ອດມູນ (Borussia Dortmund) ຈັບມືກັນມອບສິ່ງດີໆແກ່ແຟນໆທີມ ເຫຼືອງ-ດໍາ ໃນ ສປປ ລາວ

ເພື່ອເປັນການມອບໂອກາດ ແລະ ປະສົບການດີໆໃຫ້ແກ່ລູກຄ້າ. ທີພລັດ (TPLUS) ໄດ້ຈັບມືກັບສະໂມສອນໂບຣັດຊີອາ ດ໋ອດມູນ   (Borussia Dortmund) ສະໂມສອນບານເຕະລະດັບຕໍານານຈາກລີກບຸນເດສ໌ລີກ້າປະເທດເຢຍລະມັນ, ການຈັບມືກັນຄັ້ງນີ້ຈະເປີດໂອກາດໃຫ້ແຟນໆຊາວລາວສາມາດຕິດຕາມຂ່າວຄາວ, ພາບຂ່າວ ແລະ ກິດຈະກໍາຕ່າງໆ ລວມເຖິງການສົ່ງຄໍາທັກທາຍຈາກນັກກິລາຂອງດ໋ອດມູນເຖິງແຟນໆໃນປະເທດລາວ. ທີພລັດ (TPLUS) ແມ່ນເຄືອຂ່າຍໂທລະສັບມືຖືຊັ້ນແນວໜ້າໃນ ສປປ ລາວ, ຮູ້ຈັກກັນດີໃນນາມເບີຫຼັກ 7 ພວກເຮົາ ເຄືອຂ່າຍທີພລັດ (TPLUS) ຮູ້ສຶກເປັນກຽດ ແລະ ພູມໃຈຫຼາຍທີ່ຈະໄດ້ເປັນເຄືອຂ່າຍບູລິມາສິດໃນການມອບໂອກາດສຸດພິເສດໃຫ້ແກ່ແຟນໆດ໋ອດມູນໃນ ສປປ ລາວໃຫ້ສາມາດເຂົ້າເຖິງ ແລະ ສໍາພັດກັບປະຫວັດອັນຍິ່ງໃຫຍ່-ຍາວນານຂອງທີມ, ຮ່ວມຊື່ນຊົມຜູ້ຫຼີ້ນລະດັບໂລກໃນທີມ, ພ້ອມໆກັບຮ່ວມຕິດຕາມເລື່ອງລາວຂອງການກ້າວຂຶ້ນເປັນແຊ້ມປ້ຽນຂອງສະໂມສອນດ໋ອດມູນ ແລະ ອື່ນໆ. ແຟນໆຊາວລາວຈະໄດ້ຮັບ ແລະ ສໍາພັດປະສົບການ ການເປັນແຟນຄລັບລະດັບພຣີເມຍຂອງສະໂມສອນ ໂບຣັດຊີອາ ດ໋ອດມູນ. ຍັງບໍ່ໝົດເທົ່ານັ້ນ, ພວກເຮົາເຄືອຂ່າຍທີພລັດຍັງມີອີກຫຼາຍໆກິດຈະກໍາທີ່ຈະທະຍອຍສົ່ງອອກມາເພື່ອເອົາໃຈແຟນໆຂອງເຄືອຂ່າຍພວກເຮົາ. ສີເຫຼືອງ-ດໍາ, ຖືເປັນສີທາງການຂອງເຄືອຂ່າຍທີພລັດ ແລະ ສະໂມສອນດ໋ອດມູນ, ສີຖືເປັນສັນຍາລັກສຸດພິເສດຂອງການຮ່ວມມືກັນລະຫວ່າງສອງອົງກອນ.  ໃນ ສປປ ລາວ ສະໂມສອນດ໋ອດມູນເປັນທີ່ຮູ້ຈັກກັນດີໃນສົມຍານາມຂອງເສືອແຫ່ງລີກບຸນເດສ໌ລີກ້າເຢຍລະມັນ ເນື່ອງຈາກທັກສະໃນການຫຼິ້ນ ແລະ ຄວາມເປັນມືອາຊີບຂອງທີມເທິງສະໜາມແຂ່ງ, ມາພ້ອມກັບຊຸດແຕ່ງກາຍເຫຼືອງ-ດໍາອັນເປັນເອກະລັກ. ໃນຂະນະດຽວກັນ, ສີເຫຼືອງ-ດໍາ ກໍເປັນສະເໝືອນສັນຍາລັກອັນໂດດເດັ່ນຂອງ ...

Read More »

ຄາຣສະເບີກຮ່ວມສະເຫຼີມສະຫຼອງແຊ້ມກັບແຟນບານ ລິເວີພູ ທົ່ວໂລກດ້ວຍກະປ໋ອງເບຍລຸ້ນພິເສດ

ຄາຣສະເບີກ ຮ່ວມສະເຫຼີມສະຫຼອງການເປັນແຊ້ມລີກສູງສຸດຂອງປະເທດອັງກິດ ຫຼື Premier League ດ້ວຍການເປີດໂຕເບຍກະປ໋ອງລຸ້ນ ລິມິຕິດ ອິດິຊັນ ທີ່ມີຊື່ວ່າ “Champions can’” ໃຫ້ກັບແຟນບານໃນ 25 ປະເທດ ທົ່ວໂລກ. ໃນກະປ໋ອງລຸ້ນພິເສດນີ້ໄດ້ມີການປັບປ່ຽນຈາກສີຂຽວທີ່ເປັນສີເອກະລັກຂອງ ຄາຣສະເບີກ ມາເປັນສີແດງທີ່ເປັນສີເອກກະລັກຂອງ ລິເວີພູ. ພ້ອມກັນນັ້ນ ກະປ໋ອງລິມິຕິດ ອິດິຊັນ ນີ້ຍັງມີຈຸດເດັ່ນຢູ່ທີ່ກາສັນຍາລັກຮູບນົກຂອງສະໂມສອນລິເວີພູ, ລາຍເຊັນຂອງບັນດານັກເຕະ ແລະ ຍັງໄດ້ປ່ຽນຂໍ້ຄວາມຈາກ “1847 onwards” (ທີ່ສື່ເຖີງປະຫວັດອັນຍາວນານ 173 ປີຂອງ ຄາຣສະເບີກ)ໃຫ້ມາເປັນ “Champions, 2020 onwards”. ໃນຄໍ່າຄືນຂອງມື້ວານນີ້ Liverpool FC ຖືກຢືນຢັນເປັນທີ່ແນ່ນອນແລ້ວວ່າຈະໄດ້ເປັນແຊ້ມພຣິເມຍລີກປະຈຳລະດູການນີ້  ຫຼັງຈາກທີ່ Manchester City ບຸກໄປແພ້ Chelsea, ຫຼັງຈາກທີ່ Liverpool FC ເອົາຊະນະ Crystal Palace ໃນວັນພຸດທີ່ຜ່ານມາ. ຜ່ານລະດູການທີ່ໜ້າອັດສະຈັນນີ້ເຮັດໃຫ້ Liverpool FC ສາມາດຄວ້າແຊ້ມໄດ້ກ່ອນປິດລະດູການ ທັງທີ່ຍັງເຫຼືອການແຂ່ງຂັນເຖິງ 7 ນັດ. ແຟນບານທັງ 25 ...

Read More »

ລັດຖະບານ ອະນຸມັດງົບ 47 ຕື້ກີບ ເພື່ອຈັດງານມະຫາກໍາກິລາແຫ່ງຊາດ ແຂວງຊຽງຂວາງ

ລັດຖະບານໄດ້ອະນຸມັດງົບປະມານໃຫ້ແຂວງຊຽງຂວາງ ຈຳນວນ 47 ຕື້ກີບ ເພື່ອນຳໃຊ້ເຂົ້າໃນການເປັນເຈົ້າພາບຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຢ່າງເປັນທາງການໃນລະຫວ່າງວັນທີ 22 ມີນາ – 1 ເມສາ 2020, ຄ່ຽງຄູ່ກັບການສະເຫຼີມສະຫຼອງອິີກ 2 ງານໃຫຍ່ສຳຄັນຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 65 ປີ ແລະ ການສະເຫຼີມສະຫຼອງທົ່ງໄຫຫີນຊຽງຂວາງເຂົ້າເປັນມໍລະດົກໂລກ. ທ່ານ ບຸນຕົ້ນ ຈັນທະພອນ, ເຈົ້າແຂວງໆຊຽງຂວາງ, ປະທານຄະນະກຳມະການຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ໃຫ້ສໍາພາດວ່າ: ສຳລັບງົບປະມານຈໍານວນ 47 ຕື້ກີບນີ້, ລັດຖະບານໄດ້ໂອນໃຫ້ແຂວງຊຽງຂວາງ ເພື່ອນໍາໃຊ້ເຂົ້າໃນການກະກຽມວຽກງານຕ່າງໆແລ້ວ 19 ຕື້ກີບ, ໂດຍແຕ່ລະຄະນະອະນຸກໍາມະການແມ່ນໄດ້ເບີກຈ່າຍງົບປະມານຈຳນວນດັ່ງກ່າວ ເຂົ້າໃນການກະກຽມບັນດາໜ້າວຽກທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ໃຫ້ຖືກຕ້ອງຕາມລະບຽບການທີ່ກະຊວງການເງິນ ວາງອອກທຸກຢ່າງ, ທັງນີ້ກໍ່ແນ່ໃສ່ເພື່ອເຮັດໃຫ້ການກະກຽມທຸກວຽກງານຂອງແຕ່ລະຄະນະກໍາມະການດໍາເນີນໄປດ້ວຍດີ, ເຊິ່ງມາຮອດປັດຈຸບັນນີ້ ແມ່ນສາມາດຕີລາຄາໄດ້ວ່າ ການກະກຽມໃຫ້ແກ່ ທັງ 3 ງານໃຫຍ່ສໍາຄັນລະດັບຊາດທີ່ກ່າວມານັ້ນ, ແຂວງຊຽງຂວາງແມ່ນມີຄວາມພ້ອມແລ້ວຫຼາຍ ກ່ວາ 90% ຂອງບັນດາໜ້າວຽກທັງໝົດ. ອີງຕາມຂໍ້ມູນຈາກຄະນະອະນຸກໍາມະການເສດຖະກິດ ແລະ ລະດົມທຶນໄດ້ລາຍງານຕໍ່ກອງປະຊຸມຄະນະຮັບຜິດຊອບລະດັບຊາດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ໄດ້ຖືກຈັດຂຶ້ນຢູ່ແຂວງຊຽງຂວາງໃນລະຫວ່າງວັນທີ 7-8 ມັງກອນຜ່ານມາ ...

Read More »