ພືດກະທ່ອມ (ໃບສົດ), ເປັນພືດທີ່ກົດຫມາຍຂອງ ສປປ ລາວ ເກືອດຫ້າມ

ພືດກະທ່ອມ (ໃບສົດ), ເປັນພືດທີ່ກົດຫມາຍຂອງ ສປປ ລາວ ເກືອດຫ້າມ ບໍ່ອະນຸຍາດໃຫ້ປູກ, ປຸງແຕ່ງ, ຜະລິດ, ຊື້-ຂາຍ, ຈໍາຫນ່າຍ, ຄອບຄອງ, ເກັບຮັກສາ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງ ແລະ ສົ່ງຜ່ານ ສປປ ລາວ.

ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກແຈ້ງວ່າ: ການນໍາພືດກະທ່ອມ (ໃບສົດ), ເຄື່ອງດື່ມ ແລະ ຜະລິດຕະພັນອາຫານທີ່ມີການປຸງແຕ່ງຈາກພືດກະທ່ອມເຂົ້າ ມາຈໍາຫນ່າຍໃນ ສປປ ລາວ ແມ່ນຍັງບໍ່ສອດຄ່ອງກັບກົດຫມາຍທີ່ໄດ້ກໍານົດອອກ, ເນື່ອງຈາກວ່າຜະລິດຕະພັນທີ່ໄດ້ມາຈາກການປຸງແຕ່ງ ແລະ ມີສ່ວນປະສົມຈາກພືດດັ່ງກ່າວ ຍັງເປັນພືດທີ່ກົດຫມາຍຂອງ ສປປ ລາວ ເກືອດຫ້າມ ບໍ່ອະນຸຍາດໃຫ້ປູກ, ປຸງແຕ່ງ, ຜະລິດ, ຊື້-ຂາຍ, ຈໍາຫນ່າຍ, ຄອບຄອງ, ເກັບຮັກສາ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງ ແລະ ສົ່ງຜ່ານ ສປປ ລາວ.

Comments