ຂ່າວດ່ວນ

ດ່ວນ..!! ກະຊວງ ອຄ ອອກແຈ້ງການ ຫ້າມນໍາເຂົ້າຊົ່ວຄາວອາຫານທະເລສົດ ແລະ ແຊ່ແຂງທຸກປະເພດທີ່ນໍາເຂົ້າມາຈາກໄທ………

ກະຊວງອຸດສາຫະກໍາ ແລະ ການຄເາ ອອກແຈ້ງການ ຫ້າມນໍາເຂົ້າຊົ່ວຄາວ ອາຫານທະເລສົດ ແລະ ແຊ່ແຂງທຸກປະເພດຈາກລາຊະອານາຈັກໄທ ເພື່ອປ້ອງກັນການລະບາດຂອງໂຄວິດ-19 ເຂົ້າມາປະເທດລາວ ຫຼັງ ໄທມີການລະບາດຮອບໃໝ່ຢູ່ເຂດຕະຫຼາດຈໍາໜ່າຍອາຫານທະເລ. ອີງຕາມແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 1194/ອຄ.ກຂອ; ລົງວັນທີ 23 ທັນວາ 2020 ໃຫ້ຮູ້ວ່າ: ອີງໃສ່ການລະບາດຮອບໃຫມ່ຂອງພະຍາດໂຄວິດ-19 ຢູ່ໃນລາຊະອານາຈັກໄທ ທີ່ພົບເຫັນຢູ່ ເຂດຕະຫຼາດຈໍາຫນ່າຍອາຫານທະເລ ທີ່ມີຄວາມສ່ຽງວ່າພະຍາດໂຄວິດ-19 ອາດເຈືອປົນກັບອາຫານທະເລສົດ ແລະ ແຊ່ແຂງ. ສະນັ້ນ, ເພື່ອເປັນການສະກັດກັ້ນ, ຄວບຄຸມ ແລະ ຈໍາກັດ ການແຜ່ລະບາດຂອງພະຍາດໂຄວິດ-19. ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ: 1 ຫ້າມນໍາເຂົ້າຊົ່ວຄາວ ອາຫານທະເລ ສົດ ແລະ ແຊ່ແຂງ ທຸກປະເພດ ທີ່ນໍາເຂົ້າມາຈາກ ລາຊະອານາຈັກໄທ. 2 ມາດຕະການຫ້າມນໍາເຂົ້ານີ້ເປັນມາດຕະການຊົ່ວຄາວ ແລະ ຈະມີຜົນສັກສິດນໍາໃຊ້ຈົນກວ່າ ເຈົ້າຫນ້າທີ່ໆກ່ຽວຂ້ອງ ຂອງ ສປປ ລາວ ແລະ ລາຊະອານະຈັກໄທ ...

Read More »

ກຳນົດໃໝ່..! ຈະເປີດນຳໃຊ້ທາງດ່ວນ ວຽງຈັນ-ວັງວຽງ……..

ບໍລິສັດທຶນພັດທະນາ ທາງດ່ວນລາວ-ຈີນໄດ້ລາຍງານຕໍ່ສຳນັກຂ່າວເມື່ອບໍດົນມານີ້ວ່າ: ທາງດ່ວນ ວຽງຈັນ-ວຽງວັງ ໄດ້ເລື່ອນການເປີດເສັ້ນທາງດ່ວນໄປເປີດໃນລະຫວ່າງວັນທີ 20-30 ທັນວາ 2020 ຊຶ່ງຕາມແຜນແລ້ວແມ່ນຈະເປີດບໍລິການໃນວັນທີ 2 ທັນວາ 2020 ທີ່ຜ່ານມາ ເພື່ອເປັນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີແຕ່ເນື່ອງຈາກ ການກໍ່ສ້າງບໍ່ສຳເລັດຕາມແຜນ ໂດຍສະເພາະແມ່ນການກໍ່ສ້າງທາງຂຶ້ນລົງ, ຈຸດເກັບເງິນ, ການຕິດຕັ້ງໄຟເຍືອງທາງ, ອະນາໄມເສັ້ນທາງ ແລະ ອື່ນໆ. ການກໍ່ສ້າງເສັ້ນທາງດັ່ງກ່າວ ມີມູນຄ່າການກໍ່ສ້າງ 1.3 ຕື້ໂດລາ, ມີຈຸດເລີ່ມຕົ້ນຢູ່ 3 ແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມີຄວາມຍາວປະມານ 109 ກມ, ກວ້າງທັງໝົດ 23 ມ ໂຄງການດັ່ງກ່າວແບ່ງອອກເປັນ 4 ໄລຍະ. ຊຶ່ງທາງດ່ວນວຽງຈັນ-ວັງວຽງແມ່ນໄລຍະທີ 1, ໄລຍະ 2 ເືອງວັງວຽງ-ຫຼວງພະບາງ, ໄລຍະທີ 3 ຈາກຫຼວງພະບາງ-ອຸດົມໄຊ ແລະ ໄລຍະທີ 4 ຈາກອຸດົມໄຊ-ຊາຍແດນບໍ່ເຕັນແຂວງຫຼວງນ້ຳທາ. ແຫຼ່ງຂໍ້ມູນ: ວຽງຈັນທາຍ

Read More »

ຫົວໜ້າອົງການ WHO ເຂົ້າສູ່ການກັກໂຕ ສ່ຽງຕິດໂຄວິດ…

ຫົວໜ້າອົງການອະນາໄມໂລກ (WHO) ໄດ້ເຂົ້າສູ່ການກັກໂຕ ຫຼັງຈາກມີຄົນທີ່ທ່ານໄດ້ສຳພັດມີຜົນການທົດສອບຂອງ ໂຄວິດ-19 ທີ່ອອກມາເປັນບວກ. ເມື່ອເຊື້ອໄວຣັດດັ່ງກ່າວໄດ້ແຜ່ລາມຢ່າງໄວວາໃນທົ່ວເອີຣົບ ແລະ ບ່ອນອື່ນໆ, Tedros Adhanom Ghebreyesus, ຢູ່ນະຄອນເຈນີວາ, ໄດ້ກ່າວຜ່ານ Twitter ສ່ວນຕົວ ໃນຕອນຄໍ່າວັນທີ 1 ພະຈິກ ຜ່ານມາ. ແຕ່ກໍໄດ້ເນັ້ນ ວ່າລາວບໍ່ມີອາການຫຍັງເກີດຂຶ້ນເລີຍ. Tedros ກ່າວໃນ Twitter​ ຂອງລາວວ່າ “ຂ້ອຍໄດ້ຖືກກຳນົດວ່າເປັນກໍລະນີສົງໃສວ່າຕິດເຊື້ອ Covid-19 ຕໍ່ຈາກຜູ້ທີ່ໄດ້ຜົນທົດສອບອອກມາເປັນບວກ”. ທ່ານກ່າວຕື່ມວ່າ “ຂ້າພະເຈົ້າສະບາຍດີ ແລະ ບໍ່ມີອາການຫຍັງ ແຕ່ຈະສືບຕໍ່ກັກກັນຕົວເອງໃຫ້ຄົບຕາມກຳນົດວັນໃນຕໍ່ໜ້າ, ໃຫ້ສອດຄ່ອງກັບລະບຽບການ@WHO ແລະ ຈະເຮັດວຽກຈາກເຮືອນ,” ອີງຕາມຕົວເລກຈາກມະຫາວິທະຍາໄລ Johns Hopkins ກ່າວວ່າ: Tedros ໄດ້ຈັດຢູ່ໃນອັນດັບຕົ້ນໆໃນຄວາມພະຍາຍາມຕໍ່ສູ້ກັບໂລກລະບາດ Covid-19 ຂອງອົງການສາທາລະນະສຸກ ຂອງສະຫະປະຊາຊາດ , ຊຶ່ງໄດ້ເອົາຊີວິດຜູ້ຄົນ 1,2 ລ້ານຄົນ ແລະ ຕິດເຊື້ອຫຼາຍກວ່າ 46,6 ລ້ານຄົນ ໃນທົ່ວໂລກນັບຕັ້ງແຕ່ເກີດຂຶ້ນໃນປະເທດຈີນໃນທ້າຍປີທີ່ຜ່ານມາ. ທ່ານ Tedros ກ່າວເນັ້ນໃນ Twitter ວ່າ: ...

Read More »

ຜູ້ຕິດເຊື້ອກໍລະນີທີ 23 ໄດ້ອອກໂຮງໝໍແລ້ວ ສ່ວນເບີ 24 ຍັງຮັກສາໂຕຢູ່…

ໃນວັນທີ 2 ພະຈິກ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນ, ຜູ້ຕິດເຊື້ອນ້ຳເບີ 23 ຜົນກວດແມ່ນບໍ່ພົບເຊື້ອຕິດຕໍ່ກັນ 2 ຄັ້ງ, ສະນັ້ນ ມື້ນີ້ຜູ້ກ່ຽວຈະໄດ້ອອກໂຮງໝໍ ແລະ ໄປສືບຕໍ່ຕິດຕາມອາການຢູ່ເຮືອນຂອງຕົນຈົນຄົບ 14 ວັນ, ພ້ອມທັງປະຕິບັດວິຖີການດຳລົງຊີວິດປົກກະຕິແບບໃໝ່, ສຳລັບຄົນເຈັບຕິດເຊື້ອພະຍາດ COVID-19 ກໍລະນີທີ 24 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ. ໃນວັນທີ 01 ພະຈິກ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 132 ຄົນ, ໃນນັ້ນ ມີ ແຮງງານລາວມາແຕ່ໄທ 46 ຕົວຢ່າງ, ແຮງງານຫວຽດນາມ 64 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 21 ຕົວຢ່າງ ແລະ ຜູ້ຕິດເຊື້ອກໍລະນີ 23 ມາກວດຄືນ 01 ຕົວຢ່າງ ...

Read More »