Author Archives: Bandith Ladpakdy
2022 NEW YORK AND A NEW ART YEAR
ກຳປູເຈຍ ຜະລິດຄຳໄດ້ຫລາຍກວ່າ 2ໂຕນ! ຂຸດບໍ່ແຫ່ງດຽວ ສ້າງລາຍຮັບແລະຄັງເງິນໄດ້ຫຼາຍ.
ກຳປູເຈຍ ຜະລິດຄຳໄດ້ຫລາຍກວ່າ 2ໂຕນ! ຂຸດບໍ່ແຫ່ງດຽວ ສ້າງລາຍຮັບແລະຄັງເງິນໄດ້ຫຼາຍ. ທ່ານ ຮຸນແຊນ ນາຍົກລັດຖະມົນຕີ ກຳປູເຈຍ ຖະແຫລງວ່າ: ກຳປູເຈຍ ສາມາດ ຜະລິດ ຄຳແທ່ງ ບໍລິສຸດ 90%ໄດ້ 2.275 ກິໂລກຣາມ ຕັ້ງແຕ່ເລີ່ມຂຸດຄົ້ນ ແຮ່ຄຳ ໃນເດືອນມິຖຸນາ ປີກາຍ ໂດຍຄຳທັງໝົດ ມາຈາກການຂຸດຄົ້ນໃນບໍ່ແຮ່ຄຳ ພຽງໜຶ່ງແຫ່ງຈາກຫລາຍແຫ່ງໃນປະເທດ ເທົ່ານັ້ນ. ຂະນະທີ່ ບໍລິສັດ Renaissance Minerals ( Cambodia ) ໃນກຸ່ມ Emerald Resources NL ຈົດທະບຽນ ໃນອົດສະຕຣາລີ ເປັນຜູ້ພັດທະນາ ບໍ່ແຮ່ຄຳ ໃນພື້ນທີ່ Okawa ເຂດ Kaewsima ໂດຍບໍລິສັດ Renaissance Minerals ສາມາດຜະລິດ ຄຳບໍລິສຸດ ໄດ້ປະມານ 3ໂຕນຕໍ່ປີ ພາຍໃນໄລຍະເວລາ 8ປີທຳອິດ ແລະ ມີທ່າອຽງ ສ້າງລາຍໄດ້ ຈາກໂຄງການ ບໍ່ແຮ່ຄຳ ແຫ່ງນີ້ ...
Read More »ສວນຊາ 400 ປີ ບ້ານກໍແມນ ຊາດີທີ່ສຸດໃນລາວ ທັງສ້າງລາຍຮັບໃຫ້ກັບປະຊາຊົນໄດ້ເປັນຢ່າງດີ.
ບ້ານກໍແມນ ເປັນບ້ານທີ່ຂຶ້ນກັບເມືອງຜົ້ງສາລີ ແຂວງຜົ້ງສາລີ ຈາກບ້ານໄປຫາເທດສະບານແຂວງມີຄວາມຍາວ 15 ກິໂລແມັດ, ເປັນບ້ານທີ່ມີປະຫວັດການປູກຊາລ້ຽງຊີບມາແຕ່ດຶກດໍາບັນ. ຕາມການບອກເລົ່າຂອງຜູ້ອາວຸໂສໃນສະໄໝກ່ອນ ບອກວ່າບ້ານກໍແມນ ມີຊື່ວ່າ (ບ້ານລຸງຈິງ) ນັບແຕ່ມື້ສ້າງຕັ້ງມາເຖິງປັດຈຸບັນໄດ້ 7 ຊົ່ວຄົນແລ້ວ ແລະ ໄດ້ປຽບທຽບອາຍຸຂອງຕົ້ນຊາທີ່ປູກພ້ອມກັບການສ້າງຕັ້ງບ້ານແມ່ນມີອາຍຸປະມານ 400 ກວ່າປີແລ້ວ. ສະນັ້ນ, ຊາວບ້ານຈຶ່ງເອີ້ນກັນວ່າ: ຕົ້ນຊາ 400 ປີ ຈົນມາເຖິງທຸກວັນນີ້ ເຊິ່ງເປັນຕົ້ນຊາທີ່ມີອາຍຸຍືນຍາວຈົນມາເຖິງທຸກມື້ນີ້. ປັດຈຸບັນ, ເນື້ອທີ່ປູກຕົ້ນຊາ 400 ປີ ມີທັງໝົດ 32 ກວ່າເຮັກຕາ ລວມມີ 48.373 ຕົ້ນ.ການປູກຊາ, ຂາຍຊາ ເປັນອາຊີບຕົ້ນຕໍທີ່ສ້າງລາຍຮັບໃຫ້ກັບປະຊາຊົນພາຍໃນບ້ານໄດ້ເປັນຢ່າງດີ. ຂໍ້ມູນ: ປະຊາຊົນ
Read More »THE EPHEMERAL MAGIC OF ICE SCULPTURES
SHOULD FYODOR DOSTOEVSKY HAVE STAYED UNDERGROUND?
ຫ້ອງວິເຄາະ “ຈໍາປາສາຍໄໝ” ຢູ່ໂຮງໝໍແຂວງຈຳປາສັກກວດໂຄວິດແບບ Real-Time PCR ໄດ້ສູງ 3,000 ຕົວຢ່າງຕໍ່ມື້
ຫ້ອງວິເຄາະ “ຈໍາປາສາຍໃໝ” , ໂດຍມີ STD ເປັນຄູ່ຮ່ວມງານ ໃນໂຄງການ 11 ລ້ານ ໂດລາສະຫະລັດ.ຫ້ອງທົດລອງ ຈຳປາ LSEA ໄດ້ຖືກຕິດຕັ້ງດ້ວຍລະບົບກົນຈັກອັດຕະໂມມັດສອງລະດັບຂອງ MGI ຊ່ວຍໃຫ້ນັກວິຊາການຫ້ອງທົດລອງສາມາດກວດໄດ້ເຖິງ 3,000 ຕົວຢ່າງຕໍ່ມື້, ແລະສູງເຖິງ 30,000 ຕົວຢ່າງຕໍ່ມື້ ຖ້າຫາກວ່າຕົວຢ່າງ 10ອັນ ຖືກລວມຢູ່ໃນທໍ່ດຽວແລ້ວນຳໄປກວດເປັນຊຸດ. Dr. Khamsing Keothongku , ຜູ້ອໍານວຍການໂຮງໝໍແຂວງຈໍາປາສັກ ໃຫ້ຮູ້ວ່າ: ໂຄງການສ້າງຕັ້ງຫ້ອງວິເຄາະຈໍາປາສາຍໄໝ ແມ່ນການຮ່ວມມື ລະຫວ່າງ ໂຮງໝໍ ແຂວງ ຈໍາປາສັກ ແລະ ບໍລິສັດ ຮ່ວມພັດທະນາສີທັນດອນ ຈໍາກັດ. ຫ້ອງວິເຄາະຈຳປານີ້ ແມ່ນມີປະໂຫຍດທີ່ດີສຸດ ຕໍ່ການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນຂອບເຂດແຂວງຈໍາປາສັກ ແລະ ແຂວງອ້ອມຂ້າງ.ປະກອບດ້ວຍເຄື່ອງຈັກກວດທີ່ທັນສະໄໝ ແລະ ເພື່ອເປັນພັດການພັດທະນາບຸກຄະລາກອນທາງການແພດ ຂອງໂຮງໝໍ ແຂວງຈໍາປາສັກອີກດ້ວຍ ເຮັດໃຫ້ມີຄວາມຊໍານິຊໍານານໃນການກວດຫາເຊື້ອພະຍາດດັ່ງກ່າວໄດ້ໄວ ແລະ ທັນການ. Mr. Xiang Li, ປະທານບໍລິສັດ ສີທັນດອນ ໃຫ້ຮູ້ວ່າ :ຈູດປະສົງຂອງການສ້າງຕັ້ງຫ້ອງວິເຄາະຈໍາປາສາຍໄໝ ແມ່ນເພື່ອເປັນການຮັບປະກັນ ...
Read More »A 70 YEAR-LONG FRIENDSHIP BRIDGE AUSTRALIA AND LAOS
ລັດຖະບານ ຮຽກຮ້ອງມາຍັງບັນດາຜູ້ປະກອບການ ຈົ່ງຢ່າສວຍໂອກາດກັກຕຸນນໍ້າມັນເຊື້ອໄຟຫາກພົບເຫັນ ໂທແຈ້ງສາຍດ່ວນ 1510
ນັບແຕ່ຕົ້ນປີ 2022 ເປັນຕົ້ນມາ ລັດຖະບານ: 1.ໄດ້ຫຼຸດອາກອນມູນຄ່າເພີ່ມ (ອມພ) ລົງເຫຼືອ 7% (ຈາກ 10 %). 2. ໄດ້ຫຼຸດຄັງແຮນໍ້າມັນເຊື້ອໄຟ ທຸກຊະນິດລົງເປັນແຕ່ລະໄລຍະ ເຊີ່ງ ປັດຈຸບັນ ແມ່ນເຫຼືອ 0 ກີບ/ລິດ. 3. ໄດ້ສືບຕໍ່ຄົ້ນຄວ້າ ການເກັບເງິນກອງທຶນບູລະນະທາງຫຼວງ (ກທ ທາງ), ພາສີຂາເຂົ້າ, ອາກອນຊົມໃຊ້ (ອກຊ), ອາກອນມູນຄ່າເພີ່ມ (ອມພ), ອາກອນກໍາ ໄລ, ຂອດຂັ້ນ ແລະ ຄ່າໃຊ້ຈ່າຍເພີ່ມຂອງຜູ້ປະກອບການ ເພື່ອເຮັດໃຫ້ລາຄານໍ້າມັນເຊື້ອໄຟ ພາຍໃນປະເທດບໍ່ສູງເກີນໄປ. ຕໍ່ສະພາບດັ່ງກ່າວ, ຈຶ່ງຮຽກຮ້ອງມາຍັງທະຫານ, ຕໍາຫຼວດ, ພະນັກງານ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງມີສະຕິ, ປະຢັດມັດທະຍັດໃຊ້ຈ່າຍໃນສິ່ງທີ່ຈໍາເປັນ ໂດຍສະເພາະ ແມ່ນການຊົມໃຊ້ຍານພາຫະນະ ຫຼື ຫັນໄປໃຊ້ຍານພາຫະນະທາງເລືອກ; ໃນຂະນະດຽວກັນ ກໍຮຽກຮ້ອງມາຍັງບັນດາຜູ້ປະກອບການທຸລະກິດຕ່າງໆ ຈົ່ງຢ່າໄດ້ສວຍ ໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ແລະ ກັກຕຸນສິນຄ້າ ກໍຄືນໍ້າມັນເຊື້ອໄຟ ໃນໄລຍະລາຄານໍ້າມັນເຊື້ອໄຟເໜັງຕີງຂຶ້ນ, ຫາກພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າ ແມ່ນຈະໄດ້ໃຊ້ມາດຕະການຕາມກົດໝາຍ ແລະ ລະບຽບການ. ຫາກພົບເຫັນ ...
Read More »ການຊື້ປີລົດໄຟ ຈະບໍ່ເປັນເລື່ອງຍາກອີກຕໍ່ໄປ
ອີກບໍ່ດົນ ການຊື້ປີລົດໄຟຈະບໍ່ເປັນເລື່ອງຍາກອີກຕໍ່ໄປ ນາຍໜ້າຂາຍປີ້ ອາດຈະໝົດໄປ, ລາຄາໂດຍສານອາດຈະຖືກລົງກວ່າເກົ່າປະຈຸບັນນີ້ທາງບໍລິສັດທາງລົດໄຟລາວ-ຈີນ ກໍມີມາດຕະການຫລາຍດ້ານເປັນຕົ້ນ ເພື່ອແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ ແລະໃຫ້ຄວາມສໍາຄັນຕໍ່ຜູ້ໂດຍສານ ຕໍ່ການຊື້ປີ້ລົດໄຟ: ໂດຍກໍານົດໃຫ້ມີບໍລິການຂາຍປີ້ເພີ່ມຢູ່ສູນການຄ້າວຽງຈັນເຊັນເຕີ, ເຊິ່ງປະຈຸບັນພວມປັບປຸງສະຖານທີ່ຍັງບໍ່ທັນສໍາເລັດ ແລະຄາດວ່າຈະສາມາດໃຫ້ບໍລິການໃນໄວໆນີ້.ພ້ອມທັງເພີ່ມຖ້ຽວ ລົດໄຟຂະບວນທໍາມະດາ ທີ່ສາມາດບັນຈຸຜູ້ໂດຍສານໄດ້ ຖ້ຽວລະ 1,000 ກວ່າຄົນ ກໍມາເຖິງນະຄອນຫລວງວງຈັນ ແລະຄາດວ່າ ຈະໃຫ້ບໍລິການໄດ້ໃນຕົ້ນເດືອນ ມິນາ 2022ນີ້, ຄາດວ່າບັນຫາທີ່ເກີດຂຶ້ນຈະຖືກແກ້ໄຂໄປພ້ອມກັນ. ທ່ານວົງທອງ ສຸພັນທອງ ຮອງວິສະວະກອນເອກ ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໃຫ້ຮູ້ອີກວ່າ: ຫາກພວກເຮົາສາມາດໃຫ້ບໍລິການລົດໄຟຂະບວນທໍາມະດາໄດ້ແລ້ວ:1. ການຊື້ປີ້ອາດບໍ່ມີບັນອີກຕໍ່ໄປ 2. ທັງລາຄາປີ້ກໍຖືກລົງກວ່າເກົ່າ, 3. ຜູ້ໂດຍສານທີ່ຕ້ອງການເດິນທາງ ກໍສາມາດໄປສະຖານີ ຊື້ປີ້ແລ້ວກໍອອກເດີນທາງໄດ້ເລີຍ 4. ທັງສາມາດເອົາສິ່ງຂອງຕິດຕົວໄປນໍາໄດ້ຫລາຍຂຶ້ນ 5. ເຊິ່ງປະຈຸບັນພວມກຽມຈະເປີດໃຫ້ບໍລິການສະຖານີກາສີ ແລະສະຖານີເມືອງງາ ຕື່ມອີກ 6. ເຊິ່ງຂະບວນລົດໄຟຈະແວ່ຈອດທຸກສະຖານີ ແຕ່ນະຄອນຫລວງວຽງຈັນ ເຖິງສະຖານີບໍ່ເຕັນ. ຂໍ້ມູນ Lao National Radio
Read More »