ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຈັດພິທີມອບຮັບໃບຂອບໃຈໃຫ້ແກ່ ບັນດາຜູ້ສະໜັບສະໜູນແຄມເປນໂຄສະນາເຜີຍແຜ່ວິທີການປ້ອງກັນໂຄວິດ 19

ຈົບລົງຢ່າງສວຍງາມ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຈັດພິທີມອບຮັບໃບຂອບໃຈໃຫ້ແກ່ ບັນດາຜູ້ສະໜັບສະໜູນແຄມເປນ ໂຄສະນາເຜີຍແຜ່ວິທີການປ້ອງກັນໂຄວິດ 19 ຜ່ານປ້າຍໂຄສະນາຫຼາຍກວ່າ 30 ຈຸດ ຄອບຄຸມທົ່ວນະຄອນຫຼວງວຽງຈັນ

ທີ່ໄດ້ຈັດຂຶ້ນໃນວັນທີ 09/04/2022 ທີ່ຫ້ອງປະຊຸມຂອງກົມອານາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ, ຕາງໜ້າມອບໂດຍ ດຣ. ບົວແກ້ວ ສຸວັນທອງ ແລະ ຕາງໜ້າຜູ້ຮັບໂດຍທີມງານຂອງບໍລິສັດ ປັນຍາທິບ ແພລນບີ ມີເດຍ ລາວ ຈໍາກັດ.

ເຊິ່ງແຄມເປນດັ່ງກ່າວໄດ້ຮັບການສະໜັບສະໜູນຫຼັກຈາກ GulfOilLaos ແລະ PPB Media Lao Co.ltd ແລະ ຮ່ວມສະໜັບສະໜູນໂດຍ Souvanny Home Center, Target Magazine ແລະ Panyathip Advertising ແລະ ປະກອບສ່ວນເຜີຍແຜ່ຂໍ້ມູນຜ່ານສື່ສັງຄົມອອນລາຍໂດຍບໍລິສັດ Next Media Co., Ltd.

ເຊິ່ງເປົ້າໝາຍຂອງການລົນນາລົງແມ່ນ ຊ່ວຍເຮັດໃຫ້ປະຊາຊົນເພີ່ມສະຕິໃນການປ້ອງກັນໂຕເອງຈາກພະຍາດໂຄວິດ 19 ດ້ວຍຮູບພາບ ແລະ ຂໍ້ຄວາມສື່ສານຢູ່ເທິງປ້າຍໂຄສະນາ.

ທ່ານສາມາດເຂົ້າໄປຕິດຕາມກິດຈະກຳດີໆ ຜ່ານເພດຂອງບັນດາຜູ້ສະໜັບສະໜູນແຄມເປນຂອງພວກເຮົາໄດ້ທີ່: https://www.ppbmedia.com/general-6

ສົນໃຈລົງໂຄສະນາຕິດຕໍ່ທີ່ 020 5661 1552; 020 5661 1772#PPB#PanyathipPlanB#Advertising#OOH#Vientiane#LAOS#GulfOilLaos#Souvannyhomecenter#Targetmagazine#Panyathipadvertising

Comments