ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງ-ຮັກສາການເຈົ້າແຂວງສະຫວັນນະເຂດ (ຜູ້ໃໝ່)

ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສະຫວັນນະເຂດ (ຜູ້ເກົ່າ) ແລະ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ຮັກສາການເຈົ້າແຂວງສະຫວັນນະເຂດ (ຜູ້ໃໝ່) ຈັດຂຶ້ນໃນວັນທີ 6 ກຸມພາ 2023

ໃນພິທີ, ທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເປັນເລຂາຄະນະບໍລິຫານພັກແຂວງ, ຮັກສາການເຈົ້າແຂວງສະຫວັນນະເຂດ (ຜູ້ໃໝ່) ແລະ ຍົກຍ້າຍ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສະຫວັນນະເຂດ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ຢູ່ກະຊວງການເງິນ

ທ່ານ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ຍັງໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານພັກແຂວງ ຈົ່ງສືບຕໍ່ເອົາໃຈໃສ່ຕໍ່ວຽກງານການ ເມືອງ-ແນວຄິດ ຢ່າງຕໍ່ເນື່ອງ, ເປັນເອກະພາບ ແລະ ເປັນເຈົ້າການຕື່ນຕົວປະຕິ ບັດແນວທາງນະໂຍບາຍຂອງພັກ, ລະບຽກົດໝາຍຂອງລັດ.

ທີ່ມາ: ຂປລ

Comments