ທ່ານ ສັນຕິພາບ ພົມວິຫານ, ໃນອະດີດເຄີຍເປັນ ລັດຖະມົນຕີຊ່ວຍວ່າການ ກະຊວງການເງິນ

ທ່ານ ສັນຕິພາບ ພົມວິຫານ, ໃນອະດີດເຄີຍເປັນ ລັດຖະມົນຕີຊ່ວຍວ່າການ ກະຊວງການເງິນ

ໄລຍະປີ 2007 ທ່ານ ສັນຕິພາບ ພົມວິຫານ, ເຄີຍດໍາລົງຕຳແໜ່ງເປັນ ຮັກສາການຫົວໜ້າກົມພາສີ, ກະຊວງການເງິນ;

– ຈາກນັ້ນໃນຊຸມປີຕໍ່ມາ, ທ່ານ ສັນຕິພາບ ພົມວິຫານ, ໄດ້ດໍາລົງຕຳແໜ່ງເປັນຫົວໜ້າກົມພາສີ, ກະຊວງການເງິນ;

– ຕໍ່ມາໄລຍະປີ 2012 ທ່ານ ສັນຕິພາບ ພົມວິຫານ, ໄດ້ດໍາລົງຕຳແໜ່ງເປັນລັດຖະມົນຕີຊ່ວຍວ່າການ ກະຊວງການເງິນ;- ວັນທີ 5 ມິຖຸນາ 2015, ໄດ້ມີພິທີປະກາດແຕ່ງຕັ້ງທ່ານ ສັນຕິພາບ ພົມວິຫານ, ເປັນຮອງເຈົ້າແຂວງສະຫວັນນະເຂດ;

– ວັນທີ 6 ພຶດສະພາ 2016 ໄດ້ແຕ່ງຕັ້ງ ທ່ານ ສັນຕິພາບ ພົມວິຫານ, ເປັນເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ (ຄົນໃໝ່) ປ່ຽນແທນ ທ່ານ ດຣ. ສຸພັນ ແກ້ວມີໄຊ ທີ່ຍົກຍ້າຍໄປຢູ່ກະຊວງແຜນການ ແລະ ການລົງທຶນ;

– ວັນທີ 20-21 ພະຈິກ 2020 ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສະຫວັນນະເຂດ ຄັ້ງທີ IX ໄດ້ ເລືອກຕັ້ງເອົາ ທ່ານ ສັນຕິພາບ ພົມວິຫານ, ກຳມະການສູນກາງພັກ, ເປັນເລຂາຄະນະບໍລິຫານງານພັກແຂວງ ສະໄໝທີ IX;

– ຫຼ້າສຸດ, ໃນວັນທີ 30 ມັງກອນ 2023, ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ຊຸດທີ 9 ປະຈໍາເດືອນມັງກອນ ປີ 2023 ໄດ້ຕົກລົງເຫັນດີຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ສັນຕິພາບ ພົມວິຫານ, ເຈົ້າແຂວງສະຫວັນນະເຂດ ຂຶ້ນເປັນລັດຖະມົນຕີກະຊວງການເງິນ (ຄົນໃໝ່)

#TargetMagazine

Comments