ກະຊວງຍຸຕິທຳ ເລັ່ງແກ້ໄຂພະນັກງານ ປະຕິບັດຄໍາຕັດສິນຂອງສານ ທີ່ຂາດຈັນຍາບັນ-ຈັນຍາທຳ

ກະຊວງຍຸຕິທຳ ເລັ່ງແກ້ໄຂພະນັກງານ ປະຕິບັດຄໍາຕັດສິນຂອງສານ ທີ່ຂາດຈັນຍາບັນ-ຈັນຍາທຳ

ທ່ານ ໄພວີ ສີບົວລິພາ, ລັດຖະມົນຕີກະຊວງຍຸຕິທຳ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາ ສສຊ ກ່ຽວກັບວຽກປະຕິບັດຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດຂອງສານປະຊາຊົນ ເຫັນວ່າຍັງຊັກຊ້າ, ຍັງບໍ່ທັນບັນລຸຄາດໝາຍ 20% ຕາມມະຕິສະພາ; ຊຶ່ງເຮັດໃຫ້ຈໍານວນຄໍາຕັດສິນທີ່ໃຊ້ໄດ້ເດັດຂາດ ຄ້າງຄາເປັນຈຳນວນຫລາຍ.

ໃນນັ້ນ, ຄຳຕັດສິນຂອງສານ 6 ເດືອນຕົ້ນປີ 2022 ມີທັງໝົດ 45.046 ເລື່ອງ (ແພ່ງ 9.487 ເລື່ອງ, ອາຍາ 35.559 ເລື່ອງ); ຄຳຕັດສິນເຂົ້າໃໝ່ 6 ເດືອນທ້າຍປີ 2022 ມີ 4.129 ເລື່ອງ (ແພ່ງ 831 ເລື່ອງ, ອາຍາ 3.298 ເລື່ອງ) ລວມ 49.175 ເລື່ອງ (ແພ່ງ 10.318 ເລື່ອງ, ອາຍາ 38.857 ເລື່ອງ)

ປະຕິບັດຄຳຕັດສິນສຳເລັດ ຈຳນວນ 1.068 ເລື່ອງ (ແພ່ງ 514 ເລື່ອງ, ອາຍາ 554 ເລື່ອງ) ເທົ່າກັບ 44,09% ຂອງຄະດີເຂົ້າໃໝ່ ແລະ 2,17% ຂອງຈຳນວນຄໍາຕັດສິນທັງໝົດ.

ປັດຈຸບັນ, ມີຄໍາຕັດສິນທີ່ພວມປະຕິບັດ 43.151 ເລື່ອງ (ແພ່ງ 9.247 ເລື່ອງ, ອາຍາ 33.904 ເລື່ອງ) ແລະ ບໍ່ມີເງື່ອນໄຂປະຕິບັດ ຈຳນວນ 4.956 ເລື່ອງ (ແພ່ງ 557 ເລື່ອງ, ອາຍາ 4.399 ເລື່ອງ). ລວມທັງໝົດ ຈຳນວນ 48.107 ເລື່ອງ (ແພ່ງ 9.804 ເລື່ອງ, ອາຍາ 38.303 ເລື່ອງ)..ເພື່ອແກ້ໄຂບັນຫາທີ່ຍັງຄ້າງດັ່ງກ່າວນັ້ນ, ກະຊວງຍຸຕິທຳ ຈະສຸມໃສ່ປັບປຸງບາງວຽກທີ່ສຳຄັນຮີບດ່ວນ ເປັນຕົ້ນ: ການສ້າງນິຕິກຳ, ກົງຈັກການຈັດຕັ້ງ, ແບບແຜນວິທີເຮັດວຽກ, ການຈັດຕັ້ງປະຕິບັດຕົວຈິງ ແລະ ງົບປະມານ, ສຸມໃສ່ກໍ່ສ້າງພະນັກງານທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິບັດ, ຄວາມຮູ້-ຄວາມສາມາດ.

ເດັດຂາດແກ້ໄຂພະນັກງານ ປະຕິບັດຄໍາຕັດສິນທີ່ຂາດຈັນຍາບັນ-ຈັນຍາທຳ, ຂາດແບບແຜນວິທີເຮັດວຽກ, ບໍ່ມີຄວາມຫ້າວຫັນ, ປັບປຸງແບບແຜນວິທີເຮັດວຽກ ຂອງອົງການປະຕິບັດຄໍາຕັດສິນຂອງສານໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ກວດກາໄດ້..ໃນນັ້ນ, ຫັນການປະຕິບັດຄໍາຕັດສິນຂອງສານ ຈາກບຸກຄົນທີ່ຮັບຜິດຊອບສໍານວນຄໍາຕັດສິນຢ່າງຂາດຕົວ ມາເປັນຄວາມຮັບຜິດຊອບຂອງພະແນກ, ຂະແໜງ ແລະ ໜ່ວຍງານທີ່ຢູ່ໃນໂຄງປະກອບຂອງກົມ, ກອງ ແລະ ຫ້ອງປະຕິບັດຄໍາຕັດສິນຂອງສານ.

ທີ່ມາ: ນສພ ປະເທດລາວ

#TragetMagazine

Comments