ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ແລະ ພົບປະກັບ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປ ຈີນ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ແລະ ພົບປະກັບ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປ ຈີນ

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ-ລັດຖະບານລາວ ໄດ້ເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ແຕ່ວັນທີ 29 ພະຈິກ ຫາ 1 ທັນວາ 2022

ພິທີຕ້ອນຮັບຢ່າງເປັນທາງການ ຈັດຂຶ້ນຢ່າງສົມກຽດໃນວັນທີ 30 ພະຈິກ 2022 ທີ່ ຫໍສະພາປະຊາຊົນຈີນ, ນະຄອນຫລວງປັກກິ່ງ ໂດຍມີການນຳຂັ້ນສູງຂອງ ສອງພັກ, ສອງລັດ ເຂົ້າຮ່ວມ..ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຊົມເຊີຍຢ່າງຈິງໃຈຕໍ່ ສະຫາຍ ສີຈິ້ນຜິງ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກສະໄໝທີ XX ແລະ ໄດ້ຕີລາຄາສູງ ຕໍ່ບົດບາດການນໍາພາອັນສະຫລາດສ່ອງໃສ ຂອງພັກກອມມູນິດຈີນ ທີ່ມີ ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ເປັນແກນກາງ..ສະຫາຍ ສີຈິ້ນຜິງ ໄດ້ແຈ້ງໃຫ້ຝ່າຍລາວຊາບ ກ່ຽວກັບບົດຮຽນໃນການກໍ່ສ້າງພັກ, ບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ ຂອງພັກກອມມູນິດຈີນ ໃນການຊີ້ນໍາ-ນໍາພາ ລັດຖະບານ ແລະ ປະຊາຊົນຈີນ ໃນພາລະກິດກໍ່ສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກໃໝ່ ແລະ ໄດ້ແລກປ່ຽນທັດສະນະກ່ຽວກັບບາງບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນຈໍານວນໜຶ່ງ.

ພ້ອມນີ້, ສະຫາຍ ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ ຂອງພັກ ປປ ລາວ ທີ່ມີ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເປັນຜູ້ນໍາໜ້າ, ປະຊາຊົນລາວບັນດາເຜົ່າ ຈະສາມາດບັນລຸໄດ້ ບັນດາເປົ້າໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ກຳນົດອອກຢ່າງມີໄຊ, ຊຸກຍູ້ພາລະກິດການສ້າງສາພັດທະນາປະເທດຊາດໃນໄລຍະໃໝ່ ຕາມເສັ້ນທາງສັງຄົມນິຍົມ ໃຫ້ມີບາດກ້າວໃໝ່ ແລະ ຍາດໄດ້ຜົນສຳເລັດໃໝ່ທີ່ໃຫຍ່ຫລວງກວ່າເກົ່າຢ່າງບໍ່ຢຸດຢັ້ງ..

ການພົບປະຄັ້ງນີ້, ສອງຝ່າຍໄດ້ເປັນເອກະພາບກັນຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງເປັນ ຄູ່ຮ່ວມຊະຕາກໍາ ລາວ-ຈີນ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ໜັກແໜ້ນ ເຖິງແມ່ນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ແຕ່ສອງຝ່າຍກໍໄດ້ຮັກສາກົນໄກການພົວພັນ, ປະສານສົມທົບ ແລະ ສະໜັບສະໜູນທາງດ້ານການເມືອງເຊິ່ງກັນ ແລະ ກັນ ຢ່າງແໜ້ນແຟ້ນ ເຊິ່ງກາຍເປັນທິດນໍາ ໃນການຊຸກຍູ້ໃຫ້ຂະແໜງການຕ່າງໆຂອງສອງຝ່າຍ ມີການຮ່ວມມືນໍາກັນຢ່າງເປັນປົກກະຕິ, ສືບຕໍ່ເກີດດອກອອກຜົນ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ

ການນໍາສູງສຸດ ສອງພັກ, ສອງລັດ ລາວ-ຈີນ ໄດ້ເຫັນດີເປັນເອກະພາບກັນໃນການກໍານົດທິດນໍາ ພ້ອມກັນລົງເລິກການສ້າງເປັນຄູ່ຮ່ວມຊະຕາກຳລາວ-ຈີນ ຕື່ມອີກບາດກ້າວໜຶ່ງ, ສອງຝ່າຍໄດ້ເນັ້ນໜັກວ່າ: ຈະສືບຕໍ່ອີງຕາມທິດນຳ “ໝັ້ນຄົງຍາວນານ, ໄມຕີຈິດຖານບ້ານໃກ້ເຮືອນຄຽງ, ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ຮ່ວມມືຮອບດ້ານ” ແລະ ບົນຈິດໃຈ “ບ້ານໃກ້ເຮືອນຄຽງທີ່ດີ, ໝູ່ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ” ສືບຕໍ່ຢຶດໝັ້ນການເຄົາລົບ ແລະ ໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງ, ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດທາງດ້ານເສດຖະກິດ, ພ້ອມກັນປົກປ້ອງ ແລະ ຊ່ວຍເຫລືອກັນທາງດ້ານຄວາມໝັ້ນຄົງປອດໄພ, ຮັບຮູ້ເຂົ້າໃຈກັນ ແລະ ສະໜິດສະໜົມກັນທາງດ້ານວັດທະນະທຳ-ສັງຄົມ, ຢູ່ຮ່ວມກັນ ແລະ ພ້ອມກັນແກ້ໄຂບັນຫາທາງດ້ານລະບົບນິເວດ; ສອງຝ່າຍ ເຫັນດີຈະສືບຕໍ່ຮັກສາການພົວພັນທາງດ້ານການເມືອງ ທີ່ດີຢູ່ແລ້ວໃຫ້ດີຂຶ້ນໄປເລື້ອຍໆ, ຮ່ວມມືກັນແລກປ່ຽນບົດຮຽນໃນດ້ານທິດສະດີ, ວຽກງານກໍ່ສ້າງພັກ-ພະນັກງານ, ການປົກຄອງລັດ-ບໍລິຫານປະເທດໃຫ້ແໜ້ນແຟ້ນກວ່າເກົ່າ.

ພ້ອມດຽວກັນນັ້ນ, ກໍຈະຊຸກຍູ້ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນສອງຊາດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ມີປະສິດທິຜົນຂຶ້ນຕື່ມ, ສືບຕໍ່ປະຕິບັດບັນດາໂຄງການຮ່ວມມືສຳຄັນຂອງສອງຝ່າຍໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້

ທີ່ມາ:ຂປລ

#TargetMagazine

Comments