ຄົ້ນຄ້ວາຫັນຫົວຫນ່ວຍທຸລະກິດໃຫ້ແຂວງຄຸ້ມຄອງ ແນໃສ່ກຸ້ມຕົນເອງດ້ານງົບປະມານ ໃນປີ 2023

ກະຊວງການເງິນ ໄດ້ຈັດກອງປະຊຸມຄົ້ນຄວ້າຫັນຫົວຫນ່ວຍທຸລະກິດໃຫ້ແຂວງຄຸ້ມຄອງແນໃສ່ສາມາດກຸ້ມຕົນເອງດ້ານງົບປະມານ ໃນປີ 2023 ຂຶ້ນໃນທ້າຍອາທິດຜ່ານມາ ເປັນປະທານຂອງທ່ານ ບຸນໂຈນ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ.

ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອເປັນການຫາລືລະຫວ່າງສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນແມ່ນໃຫ້ພະແນກການເງິນ 8 ແຂວງຄື: ແຂວງຫຼວງພະບາງ, ຫຼວງນໍ້າທາ, ໄຊຍະບຸລີ, ບໍລິຄໍາໄຊ, ສະຫວັນນະເຂດ, ຄໍາມ່ວນ, ອັດຕະປື ແລະ ເຊກອງ ຮ່ວມກັນແລກປ່ຽນຂໍ້ມູນ ໄລ່ລຽງບັນດາລາຍຮັບຕົວຈິງຈາກບັນດາຫົວຫນ່ວຍທຸລະກິດທີ່ຕົນຄຸ້ມຄອງ ໃຫ້ ແກ່ກົມກ່ຽວຂ້ອງ


ຖ້າແຂວງໃດທີ່ມີທ່າແຮງມີລາຍຮັບເກີນດູນ ຫຼື ຍັງຂາດດູນ ກໍໃຫ້ຮ່ວມການຄົ້ນຄວ້າແບ່ງປັນຫົວຫນ່ວຍທຸລະກິດຄືແບ່ງປັນລາຍຮັບໃຫ້ມີ ຄວາມແທດເຫມາະກັບລາຍຮັບຕົວຈີງຂອງແຂວງນັ້ນ


ສ່ວນວິທີການຈັດຕັ້ງປະຕິບັດ ແລະ ຂໍ້ມູນລະອຽດແມ່ນໃຫ້ຄົ້ນຄວ້າເລິກເຊິ່ງ ໂດຍຖືເອົາການເບີກຈ່າຍເງິນເດືອນເປັນບູລິມະສິດອັບດັບ 1 ຕາມທິດຂອງພັກ ແລະ ລັດວາງອອກ.


ສັງລວມໂຕເລກເບື້ອງຕົ້ນຄື: ການຂາດດຸນຂອງທ້ອງຖິ່ນຫຼຸດລົງເຫຼືອ 240 ຕື້ກີບ ໃນນັ້ນ ເຫັນວ່າ 5 ແຂວງ (ແຂວງ ຫຼວງພະບາງ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ອັດຕະປື) ເຊິ່ງເປັນແຂວງທີ່ເກີນດຸນໃນລະດັບ 100 ຕື້ຂື້ນໄປ ແລະ 3 ແຂວງ ຍັງຂາດດຸນ ການສ້າງແຜນງົບປະມານ ໃນປີ 2023 ເບື້ອງຕົ້ນເຫັນວ່າມີການຂາດດຸນ 2.700 ຕື້ກວ່າກີບ ມີພຽງ 3 ແຂວງທີ່ເກີນດຸນ.


ທີ່ມາ: ວຽງຈັນໃໝ່

#TargetMagazine

Comments