ບໍລິສັດລົດໄຟລາວ-ຈີນ ກຳລັງສ້າງລະບົບຂາຍປີ້ອອນລາຍ ຄາດຈະນໍາໃຊ້ທ້າຍປີນີ້!

ບໍລິສັດລົດໄຟລາວ-ຈີນ ກຳລັງສ້າງລະບົບຂາຍປີ້ອອນລາຍ ຄາດຈະນໍາໃຊ້ທ້າຍປີນີ້!

ທ່ານ ດາວຈິນດາ ສີຫາລາດ ຮອງຜູ້ອຳນວຍການໃຫຍ່ ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ຊີ້ແຈງ ໃນວັນທີ 3 ສິງຫາ 2022 ນີ້ວ່າ: ການບໍລິການຊື້-ຂາຍປີ້ລົດໄຟ ປັດຈຸບັນ ບໍລິສັດກຳລັງດໍາເນີນການສ້າງລະບົບຂາຍປີ້ ຜ່ານທາງອອນລາຍ ຜ່ານແອບເທິງມືຖືເຊິ່ງບໍລິສັດທາງລົດໄຟລາວ-ຈີນ ໄດ້ມີການຄົ້ນຄວ້າ, ຊຸກຍູ້ພາກສ່ວນທີ່ຮັບຜິດຊອບໃຫ້ດຳເນີນການໃຫ້ສຳເລັດໂດຍໄວ. ມາຮອດປັດຈຸບັນ, ການດໍາເນີນການໄດ້ສຳເລັດໂດຍພື້ນຖານໃນລະບົບ software, ຂັ້ນຕອນຕໍ່ໄປກໍຈະໄດ້ດໍາເນີນການປັບປຸງໃຫ້ສົມບູນແບບ ແລະ ດຳເນີນການຈັດຊື້ອຸປະກອນ ເພື່ອມາຕິດຕັ້ງ, ຄາດວ່າຈະໃຫ້ສຳເລັດ ແລະ ສາມາດນຳໃຊ້ໄດ້ໃນທ້າຍປີ 2022 ນີ້.

ຂໍ້ມູນ: ຂປລ

Comments