ບໍລິສັດທາງລົດໄຟລາວ-ຈີນ ເລັ່ງແກ້ໄຂການຊື້-ຂາຍປີ້ ແລະອີກຫຼາຍບັນຫາ

ບໍລິສັດເສັ້ນທາງລົດໄຟລາວ-ຈີນ ເລັ່ງແກ້ໄຂບັນຫາຕ່າງທີ່ເກີດຂຶ້ນໂດຍສະເພາະການຊື້-ຂາຍປີ້, ຄວມເປັນລະບຽບຮຽບຮ້ອຍ, ຫ້ອງນ້ຳນອກອາຄານ… ທ່ານ ດາວຈິນດາ ສີຫາລາດ ຮອງຜູ້ອຳນວຍການໃຫຍ່ ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ຊີ້ແຈງກ່ຽວກັບບັນຫາດັ່ງກ່າວ ໃນວັນທີ 3 ສິງຫາ 2022: ການບໍລິການຊື້-ຂາຍປີ້ລົດໄຟ ປັດຈຸບັນ ບໍລິສັດກຳລັງດໍາເນີນການສ້າງລະບົບຂາຍປີ້ ຜ່ານທາງອອນລາຍ ຜ່ານແອບເທິງມືຖືເຊິ່ງບໍລິສັດທາງລົດໄຟລາວ-ຈີນ. ຄາດວ່າຈະໃຫ້ສຳເລັດ ແລະ ສາມາດນຳໃຊ້ໄດ້ໃນທ້າຍປີ 2022 ນີ້. ກ່ຽວກັບຫ້ອງນໍ້າສາທາລະນະ ທາງບໍລິສັດ ກໍໄດ້ມີການແກ້ໄຂແລ້ວ ໂດຍໄດ້ຈັດສັນຊັ້ນສອງຂອງອາຄານສະຖານີ ມາເປັນຈຸດບໍລິການ.

ທ່ານ ພັນເອກ ໄກສອນ ແກ້ວມະນີ ຫົວໜ້າກົມຕໍາຫລວດລົດໄຟ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວວ່າ: ຕໍ່ກັບການລຽນແຖວຊື້ປີ້ ໃນສະຖານີລົດໄຟ ນະຄອນຫລວງວຽງຈັນ ນອກຈາກນັກທ່ອງທ່ຽວເພີ່ມຂຶ້ນ ຍັງມີກຸ່ມຄົນ, ບຸກຄົນ ສວຍໂອກາດຊື້-ຂາຍປີ້ ເກັງກຳໄລ ໂດຍສະເພາະຢູ່ໃນກຸ່ມນັກທ່ອງທ່ຽວ, ທຳມະດາບໍລິສັດທ່ອງທ່ຽວແບ່ງໂກຕ້າໃຫ້ແລ້ວ ແຕ່ກໍຍັງລະດົມຄົນມາຊື້ປື້ຕື່ມ ເພື່ອໃຫ້ໄດ້ຈໍານວນຫລາຍ. ສຳລັບກຸ່ມຄົນທົ່ວໄປທີ່ມາຊື້ປີ້ ຕ້ອງຖືບັດປະຈໍາຕົວ ຫລື ສຳມະໂນຄົວ (ສຳເນົາ ຫລື ເອກະສານຢັ້ງຢືນທີ່ຢູ່ ຫລື ສຳມະໂນຄົວມາພ້ອມ), ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງກວດກາ ເພື່ອຕິດຕາມ, ຄວບຄຸມຄວາມເປັນລະບຽບ ຮຽບຮ້ອຍ.

ຂ່າວ-ພາບ: ຂປລ

Comments