ລາວ-ໄທ ຮ່ວມມືດ້ານອຸດສາຫະກຳ ແລະ ການຄ້າ ຢ່າງພົ້ນເດັ່ນ


ວັນທີ 2 ສິງຫາ 2022 ນີ້ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຕ້ອນຮັບ ທ່ານ ເຈດສະດາ ກະຕາເວທິນ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ


ທ່ານລັດຖະມົນຕີກະຊວງ ອຄ ແລະ ທ່ານທູດຣາຊະອານາຈັກໄທ ໄດ້ທົບທວນການຮ່ວມມືສອງຝ່າຍ ໂດຍ ສະເພາະຂະແຫນງອຸດສາຫະກໍາ ແລະ ການຄ້າ ໃນໄລຍະຜ່ານມາ ຊຶ່ງເຫັນວ່າມີການພົວພັນຮ່ວມມືເປັນປົກກະຕິ ດີ.


ການຮ່ວມມື ຂະແຫນງອຸດສາຫະກໍາ ແລະ ການຄ້າ ລະຫວ່າງ ລາວ-ໄທ ໃນໄລຍະຜ່ານມາມີອັນພົ້ນເດັ່ນ ໂດຍສະເພະວຽກງານ ສົ່ງເສີມການຄ້າໄດ້ຮັບໂຄງການຊ່ວຍເຫຼືອຈາກລັດຖະບານໄທ (TICA) ຊຶ່ງໂຄງການ ດັ່ງກ່າວໄດ້ຊ່ວຍ 5 ແຂວງ ຂອງ ສປປ ລາວ ພັດທະນາສິນຄ້າໂອດັອບ ໃຫ້ໄດ້ມາດຕະຖານ, ຜ່ານມາໄດ້ມີການ ຈັດຝຶກອົບຮົມຫມາກກ້ວຍຕາກ ແລະ ກໍາລັງລົງເກັບກໍາຂໍ້ມູນເພີ່ມເຕີມ ເພື່ອອອກແບບໂຄງການຈາກຊ່ຽວຊານ ເບື້ອງໄທໃຫ້ແທດເຫມາະກັບທາງເບື້ອງລາວ, ໄດ້ສົ່ງຫົວຫນ່ວຍທຸລະກິດລາວ ເຂົ້າຮ່ວມງານວາງສະແດງສິນຄ້າ THAIFEX World of Food Asia ໃນວັນທີ 24-28/5/2022 ທີ່ສູນວາງສະແດງຍິ້ມແພັກ ນະຄອນຫຼວງບາງ ກອກ ຊຶ່ງມີຫົວຫນ່ວຍທຸລະກິດທີ່ເຂົ້າຮ່ວມງານຈໍານວນ 5 ຫົວຫນ່ວຍ ແລະ ງານວາງສະແດງສິນຄ້າ The Bangkok Gems and Jewelry Fair ຈະຈັດຂຶ້ນໃນວັນທີ 7-11/9/2022 ທີ່ສູນວາງສະແດງອັມແພັກ ຊຶ່ງຈະມີຫົວຫນ່ວຍທຸລະກິດທີ່ເຂົ້າຮ່ວມງານຈໍານວນ 7 ຫົວຫນ່ວຍ.


ທີ່ມາ: ໜັງສືພິມລາວພັດທະນາ

Comments