ປະທານາທິບໍດີ ຟີລິບປິນ ອ່ານສານແຫ່ງຊາດ

ວັນທີ 25 ກໍລະກົດ, ຢູ່ມານີລາ, ໃນສານແຫ່ງຊາດ ສະບັບທຳອິດ ອ່ານຢູ່ ສະພາ ແຫ່ງຊາດ ​ໂດຍທ່ານ Ferdinand Marcos Jr, ປະທານາທິບໍດີ ຟີລິບປິນ ໄດ້ໃຫ້ຄຳໝັ້ນ ສັນຍາວ່າ: ຈະປະຕິຮູບ ລະບົບອາກອນ ແລະ ຫັນປະເທດນີ້ ​ໃຫ້ກາຍເປັນ ຈຸດນັດພົບແຫ່ງການລົງທຶນ ແລະ ການທ່ອງທ່ຽວ ​ໂດຍດຳເນີນ ໂຄງການປະຕິຮູບ ເພື່ອດຶງດູດການລົງທຶນ ແລະ ນັກທ່ອງທ່ຽວ ກໍ່ຄື ຮັກສາທ່າເຕີບໂຕທີ່ໝັ້ນຄົງ.

ໃນປັດຈຸບັນ. ນອກຈາກ​ນີ້ ຍັງຈະປະຕິບັດການຄຸ້ມຄອງນະໂຍບາຍປີການເງິນ ຢ່າງໝັ້ນຄົງ ແລະ ວາງເປົ້າໝາຍ ການຈະເລີນເຕີບໂຕ GDP ປີນີ້ ແມ່ນແຕ່ 6,5–7,5%. ຂະນະ​ດຽວ​ກັນ ຍັງໄດ້ຍົກອອກ ບາງມາດຕະການ ເພື່ອຊ່ວຍ ປະເທດ ຟີລິບປິນ ເພີ່ມປະລິມານ ການຜະລິດກະສິກຳ ແລະ ສາມາດຮັບມືກັບ ການປ່ຽນແປງ ຂອງດິນຟ້າອາກາດດີກ່ວາ​ເກົ່າ ​ພ້ອມ​ທັງ ປັບປຸງການສຶກສາ, ສາທາ ລະນະສຸກ ແລະ ບັນດາ ເງື່ອນໄຂເຮັດວຽກ ໃຫ້ແກ່ ບັນດາພະນັກງານການແພດ ​ແລະ ຊຸກຍູ້ພື້ນຖານ ໂຄງລ່າງພາຍ​ໃນປະເທດ.

ຂໍ້ມູນ: ຂປລ

Comments