ການຄ້າລາວ-ຫວຽດ 5 ເດືອນຕົ້ນປີ ບັນລຸ 690 ລ້ານໂດລາ ເພີ່ມ20.2% ທຽບປີກາຍ!

ການລົງທຶນໃນ 5 ເດືອນຕົ້ນປີ 2022, ເຖິງວ່າສືບຕໍ່ໄດ້ຮັບຜົນກະທົບຈາກການ ລະບາດຂອງພະຍາດໂຄວິດ-19, ແຕ່ບັນດາວິສາຫະກິດໄດ້ພະຍາຍາມ, ຕັດສິນໃຈສູງເຂົ້າມາລົງທຶນຢູ່ລາວ ໂດຍ ໄດ້ອະນຸມັດໃຫມ່ 1 ໂຄງການ ແລະ ດັດແກ້ເພີ່ມທຶນຈົດທະບຽນ 3 ໂຄງການມູນຄ່າ 64,5 ລ້ານໂດລາ ສົ່ງຜົນເຮັດ ໃຫ້ປັດຈຸບັນ ມີໂຄງການທີ່ໄດ້ຮັບອະນຸຍາດ 214 ໂຄງການ ມູນຄ່າ 5,38 ຕື້ໂດລາ ຈັດຢູ່ອັນດັບທີ 3 ຂອງບັນດາ ປະເທດທີ່ມາລົງມຶນຢູ່ລາວ (ຕໍ່ຈາກຈີນ ແລະ ໄທ), ຂະນະດຽວກັນກໍ່ໄດ້ປະສານສົມທົບຍູ້ແຮງການດຶງດູດບັນດາ ນັກລົງທຶນຍຸດທະສາດເຂົ້າມາລາວໃນບັນດາໂຄງການຍຸດທະສາດສໍາຄັນຕ່າງໆ, ສ່ວນການຄ້າ 5 ເດືອນຕົ້ນປີ 2022 ບັນລຸມູນຄ່າ 690 ລ້ານໂດລາເພີ່ມຂຶ້ນ 20,2% ທຽບໃສ່ໄລຍະດຽວກັນປີ 2021.


ໂຄງການຮ່ວມມືຂະຫນາດໃຫຍ່ຈໍານວນຫນຶ່ງ ການນໍາຂັ້ນສູງສອງປະເທດໄດ້ໃຫ້ຄວາມສໍາຄັນ ມີບາດກ້າວຫັນ ປ່ຽນຢ່າງຈະແຈ້ງ ພິເສດແມ່ນໂຄງການເຂື່ອນໄຟຟ້າເຊຂະຫມານ ໄດ້ກັບມາຜະລິດໄຟຟ້າໃນເດືອນພຶດສະພາ 2022. ນອກນີ້ ຍັງໄດ້ເອົາໃຈໃສ່ພັດທະນາຊັບພະຍາກອນມະ ນຸດ ຊຶ່ງປັດຈຸບັນ, ມີພະນັກງານ, ນັກສຶກສາລາວ ໄປສຶກສາຢູ່ຫວຽດນາມ 14.000 ກວ່າຄົນ.


ຂໍ້ມູນ: ໜັງສືພິມລາວພັດທະນາ

Comments