4 ວິກິດ ເຮັດໃຫ້ເສດຖະກິດທົ່ວໂລກຖົດຖອຍ ແລະ ສັ່ນຄອນສະຖຽນລະພາບຢ່າງຮຸນແຮງ

.ຂະນະນີ້ໂລກກຳລັງປະເຊີນກັບວິກິດ 4 ດ້ານ ໄດ້ແກ່:

1. ອັດຕາເງິນເຟີ້ສູງສຸດໃນຮອບຫຼາຍສິບປີ

2. ລາຄາພະລັງງານແພງ

3. ບັນຫາຕ່ອງໂສ້ການສະໜອງ ເຮັດໃຫ້ອາຫານຂາດແຄນ ດຶງລາຄາສູງຂຶ້ນນັບມື້

4. ພາວະໂລກຮ້ອນເຊິ່ງທັງ

ບັນຫາທີ່ກ່າວມານັ້ນຕ້ອງໄດ້ແກ້ໄຂໄປພ້ອມໆກັນ, ບໍ່ສາມາດມຸ່ງເນັ້ນແກ້ບັນຫາໃດໜຶ່ງກ່ອນໄດ້ ແລະ ຖ້າວ່າໂລກບໍ່ສາມາດແກ້ໄຂບັນຫາເຫຼົ່ານີ້ໄດ້ ຈະປະເຊີນກັບເສດຖະກິດທົດຖອຍ ແລະ ສັ່ນຄອນສະຖຽນລະພາບຢ່າງຮຸນແຮງ. (ຄຳເຫັນຂອງ ທ່ານ ໂຣເບີດ ຮາເບັກ ຮອງນາຍົກລັດຖະມົນຕີເຢຍລະມັນ)

ໃນກອງປະຊຸມ World Economic Forum: WEF ທີ່ສະວິດເຊີແລນ ບັນດາຜູ້ຕາງໜ້າລັດຖະບານຈາກປະເທດຕ່າງໆ ແລະ ພາກທຸລະກິດຕ່າງກໍຄາດການວ່າ ການເຕີບໂຕຂອງເສດຖະກິດໂລກປີນີ້ຍັງມືດມົນ ເນື່ອງຈາກມີຄວາມສ່ຽງຫຼາຍປັດໄຈທີ່ກີດຂວາງການຟື້ນຕົວຂອງເສດຖະກິດ ບໍ່ວ່າຈະເປັນແຮງກົດດັນ ຜົນກະທົບຈາກຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ ແລະ ການປິດເມືອງ ເພື່ອຄວບຄຸມໂຄວິດ – 19 ຂອງຈີນ.ນອກຈາກນີ້, ບັນດາປະເທດທີ່ມີເສດຖະກິດຂະໜາດໃຫຍ່ ກຳລັງປະເຊີນກັບອັດຕາເງິນເຟີ້ທີ່ຮຸນແຮງທີ່ສຸດໃນຮອບຫຼາຍສິບປີ ເຊັ່ນ: ສະຫະລັດອາເມຣິກາ, ອັງກິດ ແລະ ສະຫະພາບເອີຣົບ ( ອີຢູ ) ໄດ້ດຶງ ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກຫຼຸດລົງ ແລະ ຕະຫຼາດການເງິນສັ່ນຄອນ ບີບໃຫ້ທະນາຄານກາງທົ່ວໂລກ ລວມທັງທະນາຄານກາງສະຫະລັດ ( ເຟດ ) ຕ້ອງປັບຂຶ້ນອັດຕາດອກເບ້ຍນະໂຍບາຍ ເຊິ່ງບັນຫາດັ່ງກ່າວນັ້ນຍິ່ງເພີ່ມຄວາມສ່ຽງໃຫ້ແກ່ເສດຖະກິດໂລກເຂົ້າສູ່ສະພາວະຖົດຖອຍ.

ຂໍ້ມູນ: ເສດຖະກິດການຄ້າ

Comments