ຖອນລົດປະຈໍາຕໍາແໜ່ງຈຳນວນ 10 ຄັນຈາກການນຳລະດັບສູງ(ເພື່ອດຳເນີນມາດຕະການປະຢັດ, ຕ້ານການຟູມເຟືອຍ)

ດຳລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ເພື່ອຍົກສູງປະສິດທິຜົນ ຄຸ້ມຄອງລາຍຈ່າຍງົບປະມານຂອງລັດ ດ້ວຍມາດຕະການປະຢັດມັດທະຍັດ, ຕ້ານການຟູມເຟືອຍ ແລະ ຈຳກັດລາຍຈ່າຍງົບປະມານ ທີ່ບໍ່ຈຳເປັນ ໂດຍການຄຸ້ມຄອງລົດຂອງລັດ ໃຫ້ມີຄວາມເປັນເອກະພາບລວມສູນ, ສະເໝີພາບ, ນຳໃຊ້ຖືກເປົ້າໝາຍ, ມີຄວາມໂປ່ງໃສ, ມີລະບຽບວິໄນ, ສາມາດກວດສອບໄດ້ ແລະ ສອດຄ່ອງກັບເງື່ອນໄຂຕົວຈິງ.

ໄດ້ດຳເນີນການຖອນລົດປະຈໍາຕໍາ ແໜ່ງຈຳນວນ 10 ຄັນ ຈາກການນຳລະດັບສູງ; ພ້ອມດຽວກັນ ກໍໄດ້ຈັດສັນ, ຊັບຊ້ອນ, ດຸ່ນດ່ຽງ ລົດທີ່ໄດ້ຖອນມາແລ້ວ ແລະ ທີ່ມີຢູ່ ໃຫ້ບັນດາກະຊວງ, ແລະ ອົງການຈັດຕັ້ງ ພັກ-ລັດ ທີ່ຍັງຂາດເຂີນ ຈຳນວນ 17 ຄັນ; ກະຊວງການເງິນ ໄດ້ສຳເລັດໂດຍພື້ນຖານການອອກແບບສະຕິກເກີ ລົດຮັບໃຊ້ບໍລິຫານລວມ ແລະ ລົດຮັບໃຊ້ວຽກງານວິຊາສະ ເພາະ ເພື່ອຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ.

ສະເພາະຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ສຳເລັດການຈັດ ຕັ້ງປະຕິບັດດຳລັດ 599/ລບ ໂດຍພື້ນຖານ ເຊິ່ງໃນນີ້ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ມີລົດເກັງຄັນດຽວ ສ່ວນລົດຈິບ ແມ່ນໄດ້ຖອນເຂົ້າບັນຊີລວມແລ້ວ; ຮອງລັດຖະມົນຕີ 02 ທ່ານ ໄດ້ສືບຕໍ່ນຳໃຊ້ລົດເກັງ ແຄມມະລີ 2.0, ອີກ 02 ທ່ານ ແມ່ນຍັງບໍ່ທັນມີລົດປະຈຳຕຳແໜ່ງ, ຮອງລັດຖະມົນຕີ ທັງ 04 ທ່ານ ບໍ່ມີຄົນຂັບລົດປະຈຳ ຍົກເວັ້ນກໍ ລະນີລົງທ້ອງຖິ່ນ ແມ່ນນຳໃຊ້ລົດຮັບໃຊ້ວຽກທາງລັດຖະການ ຈຶ່ງມີພະນັກງານຂັບລົດ; ໄດ້ຊຳລະສະສາງລົດປະຈຳຕຳແໜ່ງຂັ້ນກົມ 27 ຄັນ, ຂັ້ນກົມໄປວຽກທາງການ ຢູ່ສູນກາງ ແລະ ທ້ອງຖິ່ນ ແມ່ນນຳໃຊ້ລົດຮັບໃຊ້ທາງລັດຖະການປະເພດລົດຕູ້, ກະບະ, ລົດເກັງ ແລະ ລົດຈິບຂະໜາດນ້ອຍ. ນອກຈາກນັ້ນ ໄດ້ນຳໃຊ້ສະຕິເກີ ລົດຮັບໃຊ້ວຽກທາງການ ຕິດໃສ່ຈຳນວນ 10 ຄັນໃນນີ້ ມີລົດຕູ້ 05 ຄັນ, ລົດເກັງ 03 ຄັນ ແລະ ລົດກະບະ 02 ຄັນ ແລ້ວ.

ຂໍ້ມູນຂ່າວ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ

Comments