ມຽນມາປະກາດ ຫ້າມໃຊ້ “ສະກຸນເງິນຕ່າງປະເທດ” ຊຳລະເງິນຢູ່ພາຍໃນ

ມຽນມາປະກາດ ຫ້າມໃຊ້ “ສະກຸນເງິນຕ່າງປະເທດ” ຊຳລະເງິນຢູ່ພາຍໃນ


ທະນາຄານກາງມຽນມາ (CMB) ໄດ້ມີຄໍາສັ່ງຫ້າມໃຊ້ສະກຸນເງິນຕ່າງປະເທດສໍາລັບການຊໍາລະເງິນໃນມຽນມາ ເພື່ອເປັນການຮັກສາສະຖຽນລະພາບຂອງອັດຕາແລກປ່ຽນເງິນຕາຕ່າງປະເທດພາຍໃນປະເທດ.


ໂດຍ CMB ຮ້ອງຂໍໜ່ວຍງານລັດຖະບານຊໍາລະເງິນດ້ວຍສະກຸນເງິນຈ໊າດ (kyat) ມຽນມາເທົ່ານັ້ນ ເນື່ອງຈາກການໃຊ້ສະກຸນເງິນຕ່າງປະເທດຊໍາລະເງິນໃນທ້ອງຖິ່ນອາດຈະນໍາໄປສູ່ຄວາມຕ້ອງການໃຊ້ເງິນ ໂດລາສະຫະລັດທີ່ສູງຂຶ້ນ ແລະສົ່ງຜົນໃຫ້ອັດຕາການແລກປ່ຽນບໍ່ສະຖຽນ.
ຖະແຫຼງການຈາກ CMB ທີ່ອອກມາໃນວັນທີ 25 ພຶດສະພາທີ່ຜ່ານມາ ລະບຸວ່າການດໍາເນີນດັ່ງກ່າວມີຂຶ້ນຫຼັງຈາກ CBM ພົບວ່າໜ່ວຍງານແລະອົງກອນຂອງລັດຖະບານບາງແຫ່ງໃຊ້ສະກຸນເງິນຕ່າງປະເທດໃນການຊໍາລະເງິນໃນມຽນມາ.

ທາງດ້ານ ວິນ ທໍ ຮອງຜູ້ວ່າການ CBM ເຜີຍວ່າໜ່ວຍງານຂອງລັດຖະບານບາງແຫ່ງໃຊ້ຈ່າຍ ແລະຍອມຮັບສະກຸນເງິນຕ່າງປະເທດໃນບາງກິດຈະກໍາ ເຊິ່ງລວມເຖິງການເຊົ່າທີ່ດິນ, ການລົງທຶນໃນທຸລະກິດປະກັນໄພ ແລະ ລາຍໄດ້ຈາກກິດຈະກໍາຮ່ວມການຄ້າ ພ້ອມເສີມອີກວ່າ CBM ຍັງພົບການໃຊ້ສະກຸນເງິນໂດລາສະຫະລັດໃນບາງໂຮງແຮມ, ໂຮງຮຽນນານາຊາດ, ຮ້ານຈໍາໜ່າຍຂອງທີ່ລະນຶກ ແລະ ການໃຫ້ຊາວຕ່າງປະເທດເຊົ່າອະສັງຫາລິມະຊັບໃນປະເທດ.


CBM ໄດ້ແຈ້ງເຕືອນທຸກກະຊວງ, ລັດຖະບານລະດັບພາກພື້ນ, ລະດັບລັດ ແລະ ຄະນະກໍາມະການເທສະບານເມືອງເນປີດໍ, ຢ່າງກຸ້ງ ແລະ ມັນທະເລ ໃຫ້ໃຊ້ສະເພາະສະກຸນເງິນຈ໊າດມຽນມາສໍາລັບການຊື້ແລະຈໍາໜ່າຍສິນຄ້າແລະບໍລິການ ແລະ ການຊໍາລະເງິນໃນປະເທດແລ້ວ.
ທັງນີ້ ເມື່ອເດືອນເມສາ CMB ມີຄໍາສັ່ງໃຫ້ປະຊາຊົນທຸກຄົນຜູ້ທີ່ຖືຄອງສະກຸນເງິນຕ່າງປະເທດ ຍົກເວັ້ນອົງການຕ່າງປະເທດ ແລະ ຜູ້ຄ້າທີ່ໄດ້ຮັບການຍົກເວັ້ນໃນພາຍຫຼັງ ແລກປ່ຽນສະກຸນເງິນເງິນຈ໊າດມຽນມາພາຍໃນ 1 ມື້ເຮັດວຽກຫຼັງຈາກນັ້ນ.

ຂໍ້ມູນ: LaoX

Comments