ອາຊຽນ ເພີ່ມທະວີການຮັບມືກັບໄພທຳມະຊາດ


ກອງປະຊຸມ ຄັ້ງທີ 7 ເວທີປາໄສ ທົ່ວໂລກ ກ່ຽວກັບ ການຫລຸດຜ່ອນ ໄພທຳມະຊາດ (GP2022) ​​ໄດ້ຈັດ​ຂຶ້ນ ລະຫວ່າງ ວັນທີ 23–28 ພຶດສະພາ ຢູ່ເກາະບາລີ ຂອງອິນໂດເນເຊຍ, ອາຊຽນ ໄດ້ອອກຖະແຫລງການຮ່ວມ ກ່ຽວກັບ ການເພີ່ມທະວີ ການຮັບມືກັບໄພທຳມະຊາດ, ດ້ວຍຄຳໝັ້ນ ສັນຍາ ລະອຽດ ຫລາຍຢ່າງ.


ຂະນະ​ທີ່ ບັນດາ ປະເທດອາຊຽນຕົກລົງເຫັນດີເພີ່ມທະວີ ຄວາມສາມາດຮັບມື ແລະ ຟື້ນຟູ ພາຍຫລັງ ວິກິດຜ່ານ ການປະຕິບັດ ຂໍ້ລິເລີ່ມຍຸດທະສາດ ກ່ຽວກັບການເພີ່ມທະວີກຳລັງແຮງສັງລວມ ອາຊຽນ ເພື່ອຮັບມືກັບ ໄພພິບັດ; ເພີ່ມທະວີ ການພົວພັນ ຄູ່ຮ່ວມມື ກັບບັນດາອົງການ, ຂະແໜງການກ່ຽວຂ້ອງທັງໝົດ ເພື່ອແນໃສ່ ຕອບສະໜອງການປະຕິບັດຂອບຟື້ນຟູ ອາຊຽນ ຢ່າງຮອບດ້ານ (ACRF) ສືບຕໍ່ຮັບປະກັນ ການປະສານ ໂຄງການ ດຳເນີນງານກ່ຽວກັບການຄຸ້ມຄອງ ແລະ ຮັບມືກັບ ໄພທຳມະຊາດ ເຂົ້າໃນນະໂຍບາຍ ແລະ ຍຸດທະສາດພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນທຸກຂັ້ນ.


ຄຽງຄູ່ ກັນນັ້ນ, ອາຊຽນ ສົ່ງເສີມ ການປະກອບສ່ວນຂອງປະຊາຊົນ ແລະ ວິທີສຳຜັດທົ່ວສັງຄົມໃນການໜູນຊ່ວຍບັນດາຄວາມມານະພະຍາຍາມຟື້ນຟູພາຍຫລັງໄພທຳມະຊາດ, ມຸ່ງໄປເຖິງ ການສ້າງກົນໄກ ໃຫ້ແກ່ ປະຊາຊົນອາຊຽນ ປະກອບສ່ວນໜູນຊ່ວຍການຫລຸດຜ່ອນໄພທຳມະຊາດໃນພາກພື້ນ.


ຂໍ້ມູນ: ຂປລ

Comments