ກຳປູເຈຍ ຜະລິດຄຳໄດ້ຫລາຍກວ່າ 2ໂຕນ! ຂຸດບໍ່ແຫ່ງດຽວ ສ້າງລາຍຮັບແລະຄັງເງິນໄດ້ຫຼາຍ. ທ່ານ ຮຸນແຊນ ນາຍົກລັດຖະມົນຕີ ກຳປູເຈຍ ຖະແຫລງວ່າ: ກຳປູເຈຍ ສາມາດ ຜະລິດ ຄຳແທ່ງ ບໍລິສຸດ 90%ໄດ້ 2.275 ກິໂລກຣາມ ຕັ້ງແຕ່ເລີ່ມຂຸດຄົ້ນ ແຮ່ຄຳ ໃນເດືອນມິຖຸນາ ປີກາຍ ໂດຍຄຳທັງໝົດ ມາຈາກການຂຸດຄົ້ນໃນບໍ່ແຮ່ຄຳ ພຽງໜຶ່ງແຫ່ງຈາກຫລາຍແຫ່ງໃນປະເທດ ເທົ່ານັ້ນ.
ຂະນະທີ່ ບໍລິສັດ Renaissance Minerals ( Cambodia ) ໃນກຸ່ມ Emerald Resources NL ຈົດທະບຽນ ໃນອົດສະຕຣາລີ ເປັນຜູ້ພັດທະນາ ບໍ່ແຮ່ຄຳ ໃນພື້ນທີ່ Okawa ເຂດ Kaewsima ໂດຍບໍລິສັດ Renaissance Minerals ສາມາດຜະລິດ ຄຳບໍລິສຸດ ໄດ້ປະມານ 3ໂຕນຕໍ່ປີ ພາຍໃນໄລຍະເວລາ 8ປີທຳອິດ ແລະ ມີທ່າອຽງ ສ້າງລາຍໄດ້ ຈາກໂຄງການ ບໍ່ແຮ່ຄຳ ແຫ່ງນີ້ ປະມານ 185 ລ້ານໂດລາ ສະຫະລັດ ຕໍ່ປີ ໂດຍເງິນ ປະມານ 40 ລ້ານໂດລາ ສະຫະລັດ ຈະເຂົ້າຄັງເງິນ ຂອງກຳປູເຈຍ ຜ່ານພາສີ ແລະ ການສຳປະທານ.

ຂໍ້ມູນ: ຂປລ