ຫວຽດນາມ ກຽມພ້ອມເປີດປະຕູການທ່ອງທ່ຽວສາກົນ ຕາມຂັ້ນຕອນເພື່ອຮັບປະກັນຄວາມປອດໄພ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 24 ມັງກອນ ຜ່ານມາ, ກະຊວງວັດທະນະ ທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາເປັນເອກະພາບ ປະຕິບັດບັນດາຂັ້ນຕອນ, ມາດຕະການແກ້ໄຂ ເພື່ອເປີດປະຕູການເຄື່ອນໄຫວຕ້ອນຮັບນັກທ່ອງທ່ຽວສາກົນ.ນັບມາຮອດວັນທີ 23 ມັງກອນ 2022 ແລ້ວ, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນຫຼາຍກວ່າ 8,500 ຄົນ ທີ່ເດີນທາງມາທ່ອງທ່ຽວຢູ່ 3 ທ້ອງຖິ່ນຄື: ຟູກວກ (ກຽນຢາງ), ແຄງຮວ່າ ແລະ ກວາງນາມ. ໃນປັດຈຸບັນ, ໄດ້ມີ ຫຼາຍບໍລິສັດທ່ອງທ່ຽວສາກົນ, ຫຼາຍໂຮງແຮມ ແລະ ຫົວໜ່ວຍຂົນສົ່ງ ທີ່ໄດ້ຈົດທະບຽນເຂົ້າຮ່ວມການຕ້ອນຮັບນັກທ່ອງທ່ຽວ.ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ: ດ້ວຍບັນດາເງື່ອນໄຂຂອງ ຫວຽດນາມ ໃນປັດຈຸບັນ, ທີ່ມີອັດຕາຜູ້ສັກວັກຊິນບັນລຸລະດັບສູງ ຢູ່ໃນ 10 ອັນດັບຂອງໂລກ ແລະ ແຜນນະໂຍບາຍຂອງນາຍົກລັດຖະມົນຕີກ່ຽວກັບບັ້ນສັກວັກຊິນເຂັມທີ 3 ໃຫ້ແກ່ປະຊາຊົນ. ນີ້ເປັນເງືອນໄຂສຳຄັນ ແລະ ໂອກາດທີ່ດີ ເພື່ອໃຫ້ພວກເຮົາພິຈາລະນາເປີດປະຕູການທ່ອງທ່ຽວຄືນໃໝ່. ບັນດາວິສາຫະກິດ, ບໍລິສັດທ່ອງທ່ຽວ, ບັນດາອົງການທີ່ກ່ຽວຂ້ອງກໍ່ໄດ້ກະກຽມເງື່ອນໄຂເພື່ອໃຫ້ພວກເຮົາສາມາດ ຕ້ອນຮັບນັກທ່ອງທ່ຽວໄດ້ຢ່າງສະດວກ ແລະ ປອດໄພຂຶ້ນ.ຂໍ້ມູນ ປະຊາຊົນ

Comments