AMATA ທຸ້ມເງິນລົງທຶນ 1 ຕື້ໂດລາ “AMATA SMART & ECO CITY” ໃນ ສປປ ລາວ.

ບໍລິສັດ AMATA ທຸ້ມເງິນລົງທຶນ ໃນເມືອງອຸດສາຫະກຳທັນສະໄໝ AMATA SMART & ECO CITY ໃນ ສປປ ລາວ ພາຍຫຼັງລັດຖະບານ ໄດ້ເຊັນສັນຍາອະນຸມັດສໍາປະທານເພື່ອພັດທະນາທີ່ດິນໃນເຂດເປົ້າໝາຍ ນາເຕີຍ. ແຂວງຫຼວງນຳ້ທາ ສຳເລັດ.

ວັນ​ທີ 13 ມັງກອນ 2022, ທ່ານ ວິກົມ ກົມ​ມະ​ດິດ ປະທານ​ຄະນະ​ບໍລິຫານ​ງານ​ບໍລິສັດ ອຳ​ມະ​ຕະ ​ຈຳກັດ ມະຫາຊົນເປີດເຜີຍວ່າ ບໍລິສັດ ອຳມະຕະ ໄດ້ຮັບການອະນຸມັດສໍາປະທານ ໃນທີ່ດິນພັດທະນາ 410 ເຮັກຕາ (2,562.5 ໄຮ່) ຈາກລັດຖະບານ ສປປ ລາວເຮົາ ໂດຍໄດ້ເຊັນສັນຍາ ຮ່ວມກັນທັງສອງຝ່າຍເປັນທີ່ຮຽບຮ້ອຍ.ການລົງທຶນໃນຄັ້ງນີ້ ຖືໄດ້ວ່າເປັນບາດກ້າວທີ່ສຳຄັນຂອງ ບໍລິສັດ ອຳມະຕະ AMATA ດ້ວຍການເປີດຕົວໂຄງການພັດທະນາທີ່ດິນແຫ່ງທຳອິດໃນ ສປປ ລາວ.

ພັດທະນາໂຄງການ Amata Smart and Eco City ທີ່ບ້ານນາເຕີຍ ໄລຍະທີ 1 ໃນຂອບເຂດເປົ້າໝາຍການລົງທຶນທັງໝົດ 200 ຕາລາງກິໂລແມັດ ຢູ່ ສປປ ລາວ, ດ້ວຍງົບປະມານພັດທະນາ 1 ຕື້ໂດລາ. ພາຍໃຕ້ການຄຸ້ມຄອງຂອງບໍລິສັດ Amata City Lao Sole Company Limited (Amata City Lao Sole Company Limited) ເຊິ່ງ ບໍລິສັດ Amata ຖືຫຸ້ນ 100%.

ຂໍ້ມູນ AMATA ແລະ https://www.prachachat.net/economy/news-840890

Comments