ບຣາຊິນ ເຕືອນໄພປະຊາຊົນ ຈາກເຫດການ ນຳ້ລົ້ນເຂື່ອນ ຕາມຂ່າວຈາກ ບຣາຊິນ, ວັນທີ 12 ມັງກອນ 2022, ເຂື່ອນຄາຣິໂອຄາ (Carioca) ໃນລັດມີນັດເຈໄຣຊ (Minashjereich) ທາງຕາເວັນອອກສ່ຽງໃຕ້ຂອງບຣາຊິນ ຕ້ອງຮອງຮັບນຳ້ຈາກຝົນທີ່ຕົກໜັກ ຢ່າງຕໍ່ເນື່ອງ ເມື່ອຫລາຍອາທິດຜ່ານມາເຮັດໃຫ້ ເກີດນຳ້ຖ້ວມໃນພື້ນທີ່ມາດົນ ຈົນເຖິງຂະນະນີ້ລະດັບນຳ້ຍັງເພີ່ມສູງຂຶ້ນ ເຮັດໃຫ້ທາງການຕ້ອງປະກາດເຕືອນໄພ ປະຊາຊົນທີ່ຢູ່ທ້າຍເຂື່ອນທີ່ຜະເຊີນອຸທົກກະໄພຄັ້ງໃຫຍ່ ເປັນເວລາດົນນານ ແລະ ມີຄວາມສ່ຽງຕໍ່ສະຖານະການດັ່ງກ່າວ ຈະເພີ່ມຄວາມຮຸນແຮງຂຶ້ນຖ້າເຂື່ອນແຕກ. ປັດຈຸບັນ ນອກຈາກ ນຳ້ຖ້ວມແລ້ວຍັງເກີດຜົນກະທົບຈາກສະພາບດິນຟ້າອາກາດ ທີ່ບໍ່ດີສ້າງຄວາມເສຍຫາຍຕໍ່ເສັ້ນທາງ ແລະ ເກີດດິນເຈື່ອນໃກ້ນຳ້ຕົກແຫ່ງໜຶ່ງ ເຮັດໃຫ້ມີຜູ້ເສຍຊີວິດ 10 ຄົນແລ້ວ.ຂໍ້ມູນ ຂປລ.







