ພວກເຮົາອາດຈະໄດ້ຍິນວ່າ Apple ໄດ້ຢູ່ໃນຂະບວນການຂອງການພັດທະນາລົດໄຟຟ້າຂອງຕົນເອງ ມາຫຼາຍປີ.
ແລະ ມີຂ່າວລືວ່າກໍາລັງເຈລະຈາກັບບໍລິສັດຕ່າງໆເພື່ອເປັນຄູ່ຮ່ວມງານໃນການຜະລິດລົດຮ່ວມກັນ.
ລວມທັງເຄີຍມີແບບຈໍາລອງລົດໄຟຟ້າຂອງ Apple ທີ່ອອກມາໃຫ້ເຫັນຫຼາຍຄັ້ງ ຫຼາຍຮູບແບບ.
ບໍ່ດົນມານີ້, ມີລາຍງານວ່າ Apple ກໍາລັງປ່ຽນຄວາມສົນໃຈ. ຈາກລົດໄຟຟ້າແບບງ່າຍໆໄປເປັນລົດທີ່ຂັບເອງໄດ້ຢ່າງເຕັມຮູບແບບ, ແລະ ພວກເຂົາອາດຈະເປີດນຳໃຊ້ໃນປີ 2025.
ໂຄງການນີ້, ເອີ້ນວ່າໂຄງການ Titan, ຖືກນໍາພາໂດຍ Kevin Lynch ຜູ້ທີ່ຕ້ອງການໃຫ້ລົດແບບທໍາອິດຂອງບໍລິສັດ ຂັບເຄື່ອນດ້ວຍຕົນເອງທັງໝົດ.
ອີງຕາມແຫຼ່ງຂໍ້ມູນ, ປະຈຸບັນ Apple ກໍາລັງເຮັດວຽກເພື່ອເລັ່ງການເປີດຕົວໂຄງການລົດຂັບລົດດ້ວຍຕົນເອງໃນສີ່ປີຂ້າງຫນ້າ, ໂດຍກ່ອນຫນ້ານີ້ ກໍໄດ້ປະກາດໄວ້.
ຍັງມີແຫຼ່ງຂ່າວທີ່ບອກວ່າ Apple ມີການອອກແບບພາຍໃນລົດຢ່າງຫຼູຫຼາຕາມສະຕາຍເປັນທີ່ຮຽບຮ້ອຍແລ້ວ, ການອອກແບບບ່ອນນັ່ງຄືກັນກັບຢູ່ໃນ lounge. ສໍາລັບຜູ້ໂດຍສານ, ຫນ້າຈໍສໍາຜັດສໍາລັບການສະແດງຂໍ້ມູນ – ການບັນເທີງ, ຂ່າວສານແມ່ນຢູ່ໃນສ່ວນກາງຂອງລົດ ແລະ ສໍາຄັນທີ່ສຸດ ບໍ່ມີພວງມາໄລ ຫຼື ຄັນຢຽບໃດໆ.
ສໍາລັບຮູບແບບລະບົບສຸກເສີນ ຍັງຢູ່ພາຍໃຕ້ການຫາລືຢູ່ໃນບໍລິສັດ.
ຂໍ້ມູນ ຕະຫຼາດຄວາມຄິດ